ສະຖານທູດ ຫວຽດນາມ ປະຈຳ ຈີເລ ຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 51 ປີແຫ່ງວັນສ້າງຕັ້ງ ອາຊຽນ

(VOVWORLD) - ວັນທີ 08 ສິງຫາ, ສະຖານທູດ ຫວຽດນາມ ປະຈຳ ຈີເລ ດ້ວຍຖານະເປັນປະທານໝູນວຽນຄະນະກຳມະການ ອາຊຽນ ຢູ່ນະຄອນຫລວງ Santiago (ACS)
ສະຖານທູດ ຫວຽດນາມ ປະຈຳ ຈີເລ ຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 51 ປີແຫ່ງວັນສ້າງຕັ້ງ ອາຊຽນ - ảnh 1 ສະຖານທູດ ຫວຽດນາມ ປະຈຳ ຈີເລ ຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 51 ປີແຫ່ງວັນສ້າງຕັ້ງ ອາຊຽນ (ພາບ: )

ໄດ້ສົມທົບກັບອົງການຕາງໜ້າບັນດາປະເທດ ອິນໂດເນເຊຍ, ມາເລເຊຍ, ຟີລິບປີນ ແລະ ໄທ ຈັດຕັ້ງພິທີສະເຫຼີມສະຫຼອງ 51 ປີແຫ່ງວັນສ້າງຕັ້ງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).

        ກ່າວຄຳເຫັນທີ່ພິທີຊັກທຸງ ອາຊຽນ ປີ 2018, ທ່ານ ຫງວຽນມິງແອງ ອຸປະທູດຊົ່ວຄາວສະຖານທູດ ຫວຽດນາມ ປະຈຳ ຈີເລ ເນັ້ນໜັກວ່າ ການປະກອບສ່ວນຂອງ ອາຊຽນ ສຳລັບສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ໃນຕະຫລອດ 51 ປີຜ່ານມາ, ໃນນັ້ນ ສິ່ງທີ່ເປັນໜ້າສົນໃຈ ນັ້ນແມ່ນການສ້າງຕັ້ງປະຊາຄົມອາຊຽນ. ທ່ານ ຫງວຽນມິງແອງ ຢືນຢັນວ່າ ໃນວັນນີ້ ອາຊຽນ ແມ່ນປະຊາຄົມເສດຖະກິດໃຫຍ່ອັນດັບທີ 7 ໃນໂລກ ແລະ ມີບັນດາການຮ່ວມສຳພັນຢ່າງເລິກເຊິ່ງກ້ວາງຂວາງ, ພວມສວມບົດບາດຍຸດທະສາດສຳຄັນຢູ່ພາກພື້ນ ອາຊີ - ປາຊີຟິກ. ທ່ານອຸປະທູດຊົ່ວຄາວ ຫງວຽນມິງແອງ ກໍ່ສະແດງຄວາມປິຕິຊົມຊື່ນກ່ຽວກັບເລື່ອງ ຈີເລ ເອົາໃຈໃສ່ ແລະ ໃຫ້ບຸລິມະສິດຍູ້ແຮງການພົວພັນກັບ ອາຊີ - ປາຊີຟິກ ເວົ້າລວມ ແລະ ອາຊຽນ ເວົ້າສະເພາະ.

        ໃນຂອບເຂດຂອງພິທີສະເຫຼີມສະຫຼອງ, ເພື່ອນມິດປະເທດປະຈຳຖິ່ນ ແລະ ແຂກຜູ້ມີກຽດສາກົນໄດ້ຮັບຊົມວີດີໂອແນະນຳກ່ຽວກັບ ອາຊຽນ, ແນະນຳວັດທະນະທຳ, ອາຫານການກິນ ແລະ ຊຸດອາພອນປະຈຳຊາດຂອງບັນດາປະເທດສະມາຊິກ, ຜ່ານນັ້ນ ໂຄສະນາພາບພົດ ອາຊຽນ ສາມັກຄີ, ເປັນມິດຢູ່ ຈີເລ.

ຕອບກັບ

ຂ່າວ/ບົດ​ອື່ນ