ສະຖານທູດລາວ ປະຈຳຫວຽດນາມ ຈັດຕັ້ງພິທີຕ້ອນຮັບບຸນປີໃໝ່

ສະຖານທູດລາວ ປະຈຳຫວຽດນາມ ຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ - ảnh 1
ທີ່ພິທີ​ຕ້ອນຮັບ​ບຸນປີ​ໃໝ່ລາວ ພສ 2555 ຢູ່ທີ່ຮ່າໂນ້ຍ

( vovworld ) –   ​​ສະຖານທູດ​ລາວ​ ປະຈຳ​ປະຈຳຫວຽດນາມ ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ບຸນປີ​ໃໝ່ ພສ 2555 ຢ່າງ​ສົມ​ກຽດ. ​ເຂົ້າ​ຮ່ວມ​ງານ​ບຸນ​ມີ​ທ່ານ​ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະຈ​ຳຄະນະ​ເລຂາ Le Hong Anh, ທ່ານ​ນາງ​ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ Tong Thi Phong, ທ່ານ​ນາງຮອງ​ປະທານ​ປະ​ເທດ Nguyen Thi Doan, ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai, ທ່ານ​ເອກ​ອັກຄະ​ລັດ​ທະ​ທູດວິສາມັນ​ຜູ້​ມີ​ອຳນາ​ດ​ເຕັມ​ແຫ່ງ​ ສປປ ລາວ​ ປະຈຳ​ຫວຽດນາມ, ພ້ອມ​ກັບ​ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ອົງຄະນະ​ສູນ​ກາງ ​ແລະ ທ້ອງ​ຖິ່ນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານເອກ​ອັກຄະ​ລັດ​ທະ​ທູດວິສາມັນ​ຜູ້​ມີ​ອຳນາ​ດ​ເຕັມ​ແຫ່ງ​ ສປປ ລາວ ​ປະຈຳ​ຫວຽດນາມ ສົມ​ພອນ ສີ​ຈະ​ເລີ​ນ ​ໄດ້​ສະ​ແດງ​ຄວາມ​ເ​ອກອ້າງ​ທະ​ນົງ​ໃຈ​ເມື່ອ​ເຫັນ​ວ່າ​ໃນສະພາບ​​ພາກ​ພື້ນ ​ແລະ ​ໂລກ​ສືບ​ຕໍ່​ມີ​ການ​ຜັນ​​ແປ​​ໄປ​ຢ່າງ​ສັບສົນ, ​ແຕ່​ສາຍ​ພົວພັນ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ​ຫວຽດນາມ - ລາວ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ໝັ້ນຄົງ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ນັບ​ທັງ​ລວງ​ກວ້າງ ​ແລະ ລວງ​ເລິກ.

ສະຖານທູດລາວ ປະຈຳຫວຽດນາມ ຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ - ảnh 2
ທ່ານເອກ​ອັກຄະ​ລັດ​ທະ​ທູດວິສາມັນ​ຜູ້​ມີ​ອຳນາ​ດ​ເຕັມ​ແຫ່ງ​ ສປປ ລາວ ​
ປະຈຳ​ຫວຽດນາມ ສົມ​ພອນ ສີ​ຈະ​ເລີ​ນ

“ ​ເນື່ອງ​ໃນ​ໂອກາດ​ນີ້, ຂ້າພະ​ເຈົ້າ​ຂໍ້​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງຂອງ​ພັກ, ລັດ ​ແລະ ປະຊາຊົນລາວ​ ບັນດາ​ເຜົ່າ​ ທີ່​ມີ​ຕໍ່​ພັກ, ລັດ ​ແລະ​ ປະຊາຊົນ​ຫວຽດນາມ ​ອ້າຍ​ນ້ອງ ທີ່​ໄດ້​ສະຫງວນການ​ສະໜັບສະໜູນ ​ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫຼວງ ​ແລະ ລ້ຳ​ຄ່າໃຫ້​ແກ່​ພວກ​ຂ້າພະ​ເຈົ້າ​​ໃນ​ໄລຍະ​ຕໍ່ສູ້​​ເມື່ອກ່ອນ​ນີ້, ກໍ່​ຄື​ໃນ​ພາລະ​ກິດ​ສ້າງສາ​ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​​ໃນປະຈຸ​ບັນ ”.

ຕາງໜ້າ​ໃຫ້​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ໄດ້​ຝາກ​ຄຳ​ອວ່ຍພອນ​ເຖິງ​ການ​ນຳ​ພັກ, ລັດ ​ແລະ ປະຊາຊົນ​ບັນດາ​ເຜົ່າລາວ ອ້າຍ​ນ້ອງ​​ປີ​ໃໝ່ມີ​ຄວາມວັດທະນາ​ຖາວອນ ​ແລະ ມີ​ຄວາມ​ຜາ​ສຸກ ​ແລະ ສຳ​ເລັດ​​ໜ້າ​ທີ​ການ​ງານ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ຢືນຢັນ​ວ່າ.

ສະຖານທູດລາວ ປະຈຳຫວຽດນາມ ຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ - ảnh 3
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan

"ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ເອກ​ອ້າງ​ທະນົງ​ໃຈກັບ​ສາຍ​ພົວພັນທີ່​ເປັນ​ແບບຢ່າງ, ບໍລິສຸດ​ຜຸດ​ຜ່ອງ ​ແລະ ສັດ​ຊື່​ບໍລິສຸດ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ລາວ ​ໂດຍ​ປະທານ ​ໂຮ່ຈິ​ມີນ ​ແລະ ປະທານ ​ໄກສອນ ພົມວິຫານ ກໍ່ຕັ້ງ. ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ໝັ້ນ​ໝາຍ​ຈະພ​້ອມກັບ​ພັກ, ລັດ ​ແລະ ປະຊາຊົນ​ລາວ ບັນດາ​ເຜົ່າ​ ປົກ​ປັກ​ຮັກສາ​ມູນ​ເຊື້ອ​ມິດຕະພາບ,​ ຄວາມ​ສາມັກ​ຄີ​ແບບ​ພິ​ເສດ​ ແລະ ຍູ້​ແຮງ​ການ​ຮ່ວມມື​ຢ່າງຮອບດ້ານ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​​ໃຫ້ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ນຳ​ປະສິດທິ​ຜົນ​ອັນ​​ແທດຈິງ​ມາໃຫ້​​ປະຊາຊົນ​ສອງ​ປະ​ເທດ, ພ້ອມ​ທັງ​ຕັ້ງໜ້າເພີ່ມທະວີ​ຄວາມ​ສາມັກຄີ ​ແລະ ການ​ຮ່ວມ​ມື​ໃນ​ອາ​ຊຽນ, ​ເພື່ອ​ສັນຕິພາບ, ສະຖຽນລະ​ພາບການ​ຮ່ວມ​ມື​ ​ແລະ ພັດທະນາ​ໃນ​ພາ​ກພື້ນ ​ແລະ ​ຢູ່ໃນ​ໂລກ  ”.

ສະຖານທູດລາວ ປະຈຳຫວຽດນາມ ຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ - ảnh 4

ບັນດາທ່ານທີ່ເຂົ້າຮ່ວມພ້ອມກັນຟ້ອນລຳວົງ

        ບຸນປີ​ໃໝ່ ພສ 2555 ດຳ​ເນີນ​ໄປ​​ໃນ​ປີ​ແຫ່ງ​ສາມັກຄີມິດຕະພາບ​ຫວຽ​ດນາມ - ລາວ, ດ້ວຍ​ຫຼາຍ​ເຫດ​ການ​ທີ່​ສຳຄັນຫຼາຍ​ຢ່າງ, ​ແມ່ນ​ໂອກາດ​ເພື່ອ​ໂຄສະນາ, ສຶກສາ​ມູນ​ເຊື້ອ​ຄວາມສາມັກຄີ​ມິດຕະພາບ​ລະຫວ່າງ​ສອງ​ຊາດ​ໃຫ້​ລຸ້ນຕໍ່ໆ​ໄປ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ ​ເພື່ອ​ພ້ອມ​ກັນ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ນັ້ນ​ໃຫ້​ນັບ​ມື້​ນັບ​ແຕກ​ດອກ​ອອກ​ຜົນ.

ຂ່າວ/ບົດ​ອື່ນ