ສະຖານທູດຫວຽດນາມ ປະຈຳລາວ ຈັດງານລ້ຽງ ເນື່ອງໃນໂອກາດປີໃໝ່ປະຈຳຊາດ ປີມະແມ 2015

ສະຖານທູດຫວຽດນາມ ປະຈຳລາວ ຈັດງານລ້ຽງ ເນື່ອງໃນໂອກາດປີໃໝ່ປະຈຳຊາດ ປີມະແມ 2015 - ảnh 1
(ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນ​ແມ້ງ​ຮຸ່ງ)

(vovworld) – ສະຖານທູ​ດຫວຽດນາມ ປະຈຳລາວ ຈັດ​ງານ​ລ້ຽງ​​ເນື່ອງ​ໃນ​ໂອກາດ​ປີ​ໃໝ່​ປະຈຳ​ຊາດປີ​ມະ​ແມ 2015. ງານ​ລ້ຽງ​ຖືກດຳ​ເນີ​ນ​ໃນ​ຕອນ​ຄໍ່າ​ວັນ​ທີ 06/02, ​ໂດຍ​ມີການ​ເຂົ້າ​ຮ່ວມ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລາວ; ທ່ານ ບຸ​ນປອນ ບຸດ​ຕະນະ​ວົງ, ຮອງ​ນາຍົກລັດຖະມົນຕີ, ພ້ອມ​ກັບ​ເຈົ້າ​ໜ້າ​ທີ່​ຂັ້ງ​ສູງ​ຂອງ​ພັກ, ລັດ, ສະພາ​ແຫ່ງ​ຊາດ, ລັດຖະບານ, ​ແນວ​ລາວ​ສ້າງ​ຊາດ. ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນ​ແມ້ງ​ຮຸ່ງ ຢືນຢັນ​ວ່າ, ​ໃນ​ປີ 2014, ການ​ພົວພັນ​ລະຫວ່າງ​ຫວຽດນາມ - ລາວ ​ໄດ້​ມີ​ບາດກ້າວ​ພັດທະນາ​ຢ່າງ​ແຮງ ​ແລະ ມີ​ປະສິດທິ​ຜົນ​ໃນ​ຫຼາຍ​ຂົງ​ເຂດ ​ແລະ ທຸກ​ຂັ້ນ​ ຈາກ​ຂັ້ນສູງ​ກາງ ລົງ​ຮອດທ້ອງ​ຖິ່ນ. ທ່ານ​ເອກ​ອັກຄະ​ລັດຖະທູດ​ເນັ້ນ​ໜັກ​ວ່າ, ນ້ຳ​ໃຈ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ລາວ ​ໄດ້​ເປັນ​ແຫຼ່ງ​ກຳລັງອັນ​ໃຫຍ່​ຫຼວງ​​ໃຫ້​ແກ່ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດຂອງ​ປະຊາຊົນ​ຫວຽດນາມ ​ແລະ ປະຊາຊົນ​ລາວ.

ສະຖານທູດຫວຽດນາມ ປະຈຳລາວ ຈັດງານລ້ຽງ ເນື່ອງໃນໂອກາດປີໃໝ່ປະຈຳຊາດ ປີມະແມ 2015 - ảnh 2
(ທ່ານ ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ,
ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລາວ)


   ສ່ວນ​ທ່ານ ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລາວ ຢືນຢັນ​ວ່າ, ສາຍ​ພົວພັນ​ມິດ​ຕະພາບ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດຫວຽດນາມ - ລາວ ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ ​ແລະ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປັດ​ໃຈ​ຕັດສິນ​ໄຊ​ຊະນະ​ຂອງ​ແຕ່ລະ​ປະ​ເທດ ຄວນສືບ​ຕໍ່​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ຕະຫຼອດ​ການ.

ຂ່າວ/ບົດ​ອື່ນ