ສະຖານທູດຫວຽດນາມ ປະຈຳລາວ ຖະຫວາຍ ທູບທຽນບູຊາອາໄລຫາ ທະຫານອາສາສະໝັກ

ສະຖານທູດຫວຽດນາມ ປະຈຳລາວ ຖະຫວາຍ ທູບທຽນບູຊາອາໄລຫາ ທະຫານອາສາສະໝັກ - ảnh 1
(ສະຖານທູດ​ຫວຽດນາມ ປະຈຳ​ລາວ ຖະຫວາຍ​ທູບ​ທຽນບູຊາ
ອາ​ໄລ​ຫາ​ທະຫານ​ອາສາ​ສະ​ໝັກ)

(vovworld) – ຕອນ​ເຊົ້າ​ວັນ​ທີ 27/07, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນ​ແມ້ງ​ຮຸ່ງ ​ໄດ້​ນຳ​ໜ້າ​ຄະນະ​ພະນັກງານ​ສະຖານທູດ, ບັນດາ​ອົງການ​ຕາງໜ້າ​ຂອງ​ຫວຽດນາມ ຢູ່​ລາວ ​ໄດ້​ໄປ​ວາງ​ພວງມາລາ ​ແລະ ຖະຫວາຍ​ທູບ​ທຽນບູຊາອາ​ໄລ​ຫາ​ທະຫານ​ອາສາ​ສະ​ໝັກຫວຽດນາມ ​ແລະ ລາວ ທີ່​​ໄດ້​ເສຍສະຫຼະ​ຊີວິດ​ໃນ​ການ​ຕໍ່ຕ້ານ ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝລັ່ງ ຢູ່​ບ້ານ​ເກີນ, ​ແຂວງ​ວຽງ​ຈັນ.         ກ່າວ​ຄຳ​ເຫັນ​ທີ່​ພິທີ​ຖະຫວາຍ​ທູບ​ທຽນ, ທ່ານເອກ​ອັກຄະ​ລັດຖະທູດ​ ຫງວຽນ​ແມ້ງ​ຮຸ່ງ ຢືນຢັນ​ການ​ເສຍສະຫຼະ​ຊີວິດ​ຂອງທະຫານ​ອາສາ​ສະ​ໝັກ ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ພາລະກິດ​ປະຕິວັດ ​ເພື່ອ​ສັນຕິພາບ, ເອກະ​ລາດ​ຂອງ​ຫວຽດນາມ ​ແລະ ລາວ ​ໃນ​ວັນ​ນີ້. ​ແຕ່ລະ​ປີ, ບໍ່​ພຽງ​ແຕ່ມີ​ພະນັກງານ​ສະຖານທູ​ດ, ບັນດາ​ອົງການ​ຕາງ​ໜ້າຂອງ​ຫວຽດນາມຢູ່​ລາວ ມາ​ຖະຫວາຍ​ທູນ​ທຽນ ​ແລະ ວາງ​ພວງມາລາເພື່ອ​ຕອບ​ບຸນ​ແທນ​ຄຸນ​ບັນດາ​ນັກຮົບ​​ເສຍສະຫຼະ​ຊີວິດ​ເທົ່າ​ນັ້ນ, ຫາກ​ຍັງມີ​ການ​ນຳ ​ແລະ ປະຊາຊົນ​ລາວ ບັນດາ​ເຜົ່າ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​​ມາ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາອີກ​ດ້ວຍ.
ຂ່າວ/ບົດ​ອື່ນ