ສະຖານທູດຫວຽດນາມຢູ່ຫຼາຍປະເທດ ໃນໂລກຈັດພິທີ ຕ້ອນຮັບບຸນເຕັດ

ສະຖານທູດຫວຽດນາມຢູ່ຫຼາຍປະເທດ ໃນໂລກຈັດພິທີ ຕ້ອນຮັບບຸນເຕັດ - ảnh 1  
ສະຖານທູດ​ຫວຽດນາມປະຈຳຝະລັ່ງໄດ້ ຈັດຈັດພິທີ ຕ້ອນຮັບ ບຸນເຕັດປີມະໂຣງ
(ພາບ: nhandan.com.vn )
 

ໃນ​ຊຸມ​ມື້​ນີ້, ສະຖານທູດ​ຫວຽດນາມ​ຢູ່​ຫຼາຍ​ປະ​ເທດ​ໃນໂລກ, ລ້ວນແຕ່ຈັດພິທີ ຕ້ອນຮັບບຸນເຕັດໃຫ້ແກ່ພໍ່ແມ່ ພີນ້ອງຊາວ ຫວຽດນາມອາໄສຢູ່ຕ່າງປະເທດ.   ຫວ່າງແລ້ວນີ້, ສະຖານທູດ​ຫວຽດນາມປະຈຳຝະລັ່ງໄດ້ ຈັດຈັດພິທີ ຕ້ອນຮັບ ບຸນເຕັດປີມະໂຣງ 2012, ໂດຍມີການເຂົ້າຮ່ວມຂອງເພື່ອນມິດສາກົນ ແລະ ພໍ່ແມ່ພີນ້ອງຊາວ ຫວຽດນາມອາໄສຢູ່ຝະລັ່ງ ພ້ອມກັບການນຳ, ພະນັກງານ ພາລະກອນສະຖານທູດ​ຫວຽດນາມ ແລະ ບັນດາອົງການຜູ້ຕາງໜ້າ ຂອງຫວຽດ ນາມປະຈຳຝະລັ່ງ. ກ່າວຄຳເຫັນທີ່ພິທີ, ທ່ານເອກອັກ ຄະລັດຖະທູດຫວຽດນາມ ປະຈຳຝະລັ່ງ ເຢື່ອງຈີ້ຢຸ້ງເວົ້າວ່າ : “ ບຸນເຕັດແມ່ນຊຸມວັນທີ່ສັກກະຫຼະບູຊາທີ່ສຸດ ຂອງຊາວຫວຽດນາມຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍມູນເຊື້ອຮັກຊາດ, ອວາຍໜ້າເມືອ ຫາກົກເຄົ້າເຫງົ້າກໍ, ພໍ່ແມ່ພີນ້ອງຊາວຫວຽດນາມອາໄສຢູ່ຕ່າງປະເທດຈະສືບຕໍ່ມີ ການເຄື່ອນໄຫວຫຼາຍຢ່າງ, ປະກອບສ່ວນ ສ້າງສາປະເທດຊາດຫວຽດນາມໃຫ້ນັບມື້ ນັບອຸດົມຮ່ັງມີເຂັ້ມແຂງ ແລະ ສວຍງາມ ”

   ຢູ່ນະຄອນຫຼວງໂຕກ່ຽວ, ສະຖານທູດ​ຫວຽດນາມປະຈຳຢີ່ປຸ່ນໄດ້ຈັດງານລ້ຽງ ຕ້ອນຮັບແຂກ ເນື່ອງໃນໂອກາດບຸນເຕັດ. ມີແຂກເກືອບ 300 ຄົນຊຶ່ງລວມມີ ຜູ້ຕ່າງໜ້າບັນດາພັກການເມືອງ, ອົງການຕ່າງໆ ຂອງຢີ່ປຸ່ນ ແລະ ຜູ້ຕາງວົງຄະ ນະຍາດຊາວຫວຽດນາມໄດ້ເຂົ້າຮ່ມຢ່າງຫຼວງຫຼາຍ.

   ໃນຕອນຄ່ຳວັນທີ່ 20ມັງກອນ, ສະຖານທູດ​ຫວຽດນາມປະຈຳ ສະຫະພັນລັດເຊຍ ໄດ້ຈັດຈັດພິທີ ຕ້ອນຮັບບຸນເຕັດປີມະໂຣງ 2012 ໃຫ້ແກ່ພໍ່ແມ່ພີນ້ອງຊາວ ຫວຽດ ນາມອາໄສປະເທດນີ້. ທ່ານເອກອັກ ຄະລັດຖະທູດຫວຽດນາມ ປະຈຳລັດເຊຍ ສະແດງຄວາມຫວັງວ່າ: ໃນປີໃໝ່ນີ້, ບັນດາອົງການ ຜູ້ຕາງໜ້າຫວຽດນາມປະຈຳ ລັດເຊຍຈະຮຽງບ່າຮຽງໄຫຼ່ພ້ອມກັບວົງຄະນະຍາດຊາວຫວຽດນາມຫຼາຍກ່ວາອີກ ເພື່ອສ້າງສາວົງຄະນະຍາດຊາວຫວຽດນາມໃຫ້ນັບມື້ນັບເຂັ້ມແຂງ, ມີທີ່ຕັ້ງບົດບາດຢູ່ ສະຫະພັນລັດເຊຍ ແລະ ຍາມໃດກໍ ອວາຍໜ້າເມືອ ຫາກົກເຄົ້າເຫງົ້າກໍ.

  ແລະ ກໍໃນຕອນຄ່ຳວັນທີ 21 ມັງກອນ, ສະຖານທູດ​ຫວຽດນາມປະຈຳ ອົດສະຕາລີ, ນິວເຊີແລນ, ອີຕາລີ ລ້ວນແຕ່ຈັດ ຈັດພິທີ ຕ້ອນຮັບບຸນເຕັດ ໃຫ້ແກ່ພໍ່ແມ່ພີນ້ອງຊາວຫວຽດນາມອາໄສຢູ່ປະເທດເຫຼົ່ານັ້ນ.

 

 

ຂ່າວ/ບົດ​ອື່ນ