ສະ​ຖານ​ທີ່​ຫຼາຍ​ແຫ່ງ​​ຢູ່​ຫວຽດ​ນາມ ໄດ້​ສ້າງ​ຂີດ​ໝາຍ​ກັບ​ Travelers’ Choice Adwards 2020

(VOVWORLD) -ໃນຈຳນວນ 25 ສະຖານທີ່ທ່ອງທ່ຽວທີ່ດູດດື່ມທີ່ສຸດໃນໂລກນັ້ນ, ສອງນະຄອນ ດ່າໜັງ ແລະ ນະຄອນໂຮ່ຈີມິນ ຂອງຫວຽດນາມ ຖືກຈັດອັນດັບທີ 7 ແລະ ອັນດັບທີ 12  ດ້ວຍການຕີລາຕາວ່າ ນະຄອນດ່າໜັງແມ່ນນະຄອນທີ່ສວຍສົດງົດງາມໄປດ້ວຍທິວທັດທຳມະຊາດ ແລະ ປະຊາຊົນມີຄວາມຮັກແພງແຂກ.
ສະ​ຖານ​ທີ່​ຫຼາຍ​ແຫ່ງ​​ຢູ່​ຫວຽດ​ນາມ ໄດ້​ສ້າງ​ຂີດ​ໝາຍ​ກັບ​ Travelers’ Choice Adwards 2020 - ảnh 1ນະຄອນໂຮ່ຈີມິນ ແມ່ນແຫ່ງທີ່ມີການເຄື່ອນໄຫວຟົດຟື້ນທີ່ສຸດຢູ່ຫວຽດນາມ, ຍາມໃດກໍນຳໜ້າບັນດາທ່າອ່ຽງນັບທັງດ້ານວັດທະນະທຳ ແລະ ເສດຖະກິດພາຍໃນປະເທດ (ພາບ: TRIPADVISOR/nhandan/com.vn

ຮ່າໂນ້ຍ, ນະຄອນໂຮ່ຈີມິນ, ດ່າໜັງ, ຝູກວັກ ແລະ ໂຮ້ຍອານ ແມ່ນບັນດານະຄອນຂອງຫວຽດນາມ ຫາກໍມີຊື່ໃນບັນດາພິທີມອບລາງວັນຂອງ Travelers’ Choice Adwards 2020 ຂອງເວັບໄຊຕີລາຄາການທ່ອງທ່ຽວ ແລະ ສັ່ງຈ່ອງສະຖານທີ່ພັກເຊົາທາງອອນລາຍທີ່ມີຊື່ສຽງໃນໂລກ TripAdvisor ຂອງ ອາເມລິກາ ຄັດເລືອກ.

ປີນີ້, ເກາະຝູກວັກ, ແຂວງກຽນຢາງຂອງຫວຽດນາມ ໄດ້ຈັດອັນດັບທີ 7 ໃນຕາຕະລາງຈັດອັນດັບ “ສະຖານທີ່ທ່ອງທ່ຽວທີ່ຫາກໍພົ້ນເດັ່ນຂຶ້ນ” ດ້ວຍການຕີລາຄາວ່າ ແມ່ນແຫ່ງທີ່ມີບັນດາຫາດຊາຍຂາວ ແລະ ນ້ຳທະເລຂຽວ, ໃສ, ເຢັນ.

ໃນຈຳນວນ 25 ສະຖານທີ່ທ່ອງທ່ຽວທີ່ດູດດື່ມທີ່ສຸດໃນໂລກນັ້ນ, ສອງນະຄອນ ດ່າໜັງ ແລະ ນະຄອນໂຮ່ຈີມິນ ຂອງຫວຽດນາມ ຖືກຈັດອັນດັບທີ 7 ແລະ ອັນດັບທີ 12  ດ້ວຍການຕີລາຕາວ່າ ນະຄອນດ່າໜັງແມ່ນນະຄອນທີ່ສວຍສົດງົດງາມໄປດ້ວຍທິວທັດທຳມະຊາດ ແລະ ປະຊາຊົນມີຄວາມຮັກແພງແຂກ. ໃນຂະນະນັ້ນ, ນະຄອນໂຮ່ຈີມິນ ແມ່ນແຫ່ງທີ່ມີການເຄື່ອນໄຫວຟົດຟື້ນທີ່ສຸດຢູ່ຫວຽດນາມ, ຍາມໃດກໍນຳໜ້າບັນດາທ່າອ່ຽງນັບທັງດ້ານວັດທະນະທຳ ແລະ ເສດຖະກິດພາຍໃນປະເທດ.

ຢືນຢູ່ອັນດັບທີ 15 ແລະ 17 ໃນຈຳນວນ 25 ສະຖານທີ່ທ່ອງທ່ຽວ ທີ່ລືຊື່ທີ່ສຸດໃນໂລກ ແມ່ນນະຄອນຫຼວງຮ່າໂນ້ຍ ແລະ ນະຄອນ ໂຮ້ຍອານ.


ຕອບກັບ

ຂ່າວ/ບົດ​ອື່ນ