ສະ​ຖາ​ບັນ​ຄົ້ນຄວ້າ​ຂັ້ນ​ສູງ​ກ່ຽວ​ກັບ​ຄະນິດ​ສາດ​ເຊັນ​ຂໍ້​ຕົກລົງຮ່ວມ​ມື​ກັບ​ສະ​ຖາ​ບັນ​ຄົ້ນຄວ້າ​ພັດທະນາ

ສະ​ຖາ​ບັນ​ຄົ້ນຄວ້າ​ຂັ້ນ​ສູງ​ກ່ຽວ​ກັບ​ຄະນິດ​ສາດ​ເຊັນ​ຂໍ້​ຕົກລົງຮ່ວມ​ມື​ກັບ​ສະ​ຖາ​ບັນ​ຄົ້ນຄວ້າ​ພັດທະນາ - ảnh 1
(ພາບປະກອບ)

(vovworld) – ​​ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ ຫວຽດນາມ ໃນ​ລະຫວ່າງ​ວັນ​ທີ 05 – 07/09 ຂອງ​ທ່ານ​ປະທານາທິບໍດີ ສາທາລະນະ​ລັດ ຝະລັ​່ງ Francois Hollande ສະ​ຖາ​ບັນ​ຄົ້ນຄວ້າ​ຂັ້ນ​ສູງ​ກ່ຽວ​ກັບ​ຄະນິດສາດ​ໄດ້​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື​ກ່ຽວ​ກັບ​ວິທະຍາສາດ ​ແລະ ​ເຕັກນິກ ກັບ ສະຖາ​ບັນ​ຄົ້ນ​ຄ້ວາ​ພັດທະນາ ຝະລັ່ງ (IRD). ຂໍ້​ຕົກ​ລົງ ​ເພື່ອ​ແນ​ໃສ່​ກຳນົດ​ກອບ​ການເຮັດ​ວຽກ​ໃຫ້​ແກ່​ການ​ເຈລະຈາ ​ແລ​ະ ການ​ຮ່ວມ​ມື, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ; ສົ່ງ​ເສີມ ​ແລະ ຕິດຕາມ​ກວດກາ​ບັນດາ​ການ​ເຄື່ອນ​ໄຫວ​ຄົ້ນຄວ້າ, ກໍ່ສ້າງ, ​ໃຫ້​ຄຳ​ປຶກສາ ​ແລະ ຂໍ້​ມູນ​ຂ່າວສານ​ດ້ານ​ວິທະຍາສາດ. ​ໃນ​ນັ້ນ ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມືຕົ້ນ​ຕໍລວມມີ: 2 ຝ່າຍ​ຈະ​ສ້າງ​ຕັ້ງ​ບັນດາ​ຫົວໜ່ວຍ ຫຼື ບັນດາ​ຫ້ອງ​ທົດ​ລອງ​ຄົ້ນຄວ້າ​ຮ່ວມ​ມື​ສາກົນ ກໍ່​ຄື​ໂຄສະນາ​ບັນດາ​ໝາກຜົນ​ຂອງ​ການ​ຄົ້ນຄວ້າ ​ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ. ດ້ວຍ​ຂໍ້​ຕົກລົງ​ດັ່ງກ່າວ, 2 ຝ່າຍ​ຈະ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ບຳລຸງ​ສ້າງ ​ແລະ ສ້າງ​ກຳລັງ​ຄວາມ​ສາມາດ​ໃຫ້​ພະນັກງານ​ຄົ້ນຄວ້າ ຫຼື ນັກ​ສຶກສາ. ພິ​ເສດ VIASM ​ແລະ IRD – UMMISCO ຈະ​ພ້ອມ​ກັນ​ສະ​ເໜີ​ຜູ້​ ​ສະໝັກ​ເຂົ້າ​ຮ່ວມ​ໃນ​ໂຄງການ​ປະລິນຍາ​ເອກ​ສາກົນ​ກ່ຽວ​ກັບ​ຮູບ​ແບບ​ສົມທົບ​ກັບ​ມະຫາວິທະຍາ​ໄລ ປາລີ 6 ຝະລັ່ງ.

ຂ່າວ/ບົດ​ອື່ນ