ສະ​ພາ​ກາ​ແດງ ຫວຽດ​ນາມ ຜັນ​ຂ​ະ​ຫຍາຍ​ຍຸດ​ທະ​ສາດ​ໜູນ​ຊ່ວຍ​ປະ​ຊາ​ຊົນ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ເປົ້າໝາຍໄດ້ຮັບຜົນປະໂຫຍດຂອງຍຸດທະສາດ ແມ່ນຜູ້ຕິດເຊື້ອຕິດພະຍາດອັນຕະລາຍ, ເດັກນ້ອຍກຳພາ, ຜູ້ມີອາຍຸສູງບໍ່ມີບ່ອນພັກພາອາໄສ, ຜູ້ບໍ່ມີເຮືອນຊານບ້ານຊ່ອງ, ແຮງງານຕ່າງແຂວງບໍ່ມີວຽກເຮັດງານທຳ, ປະສົບກັບຄວາມຫຍຸ້ງຍາກ, ປັດຈຸບັນພວມພັກເຊົ່າຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ
ສະ​ພາ​ກາ​ແດງ ຫວຽດ​ນາມ ຜັນ​ຂ​ະ​ຫຍາຍ​ຍຸດ​ທະ​ສາດ​ໜູນ​ຊ່ວຍ​ປະ​ຊາ​ຊົນ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ມອບຂອງຂວັນໜູນຊ່ວຍໃຫ້ແກ່ຄູສອນເມືອງຢາເລິມ ທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19 (ພາບ: TTXVN)

ເພື່ອແນໃສ່ໜູນຊ່ວຍປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ແລະ ກຳລັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນແນວໜ້າ, ສູນກາງສະພາກາແດງ ຫວຽດນາມ ໄດ້ຜັນຂະຫຍາຍຍຸດທະສາດ “ເຊື່ອມຕໍ່ປະຊາຄົມ - ຜ່ານຜ່າສິ່ງທ້າທາຍ” ຊື່ງໄດ້ປະຕິບັດແຕ່ເດືອນສິງຫາ ຫາເດືອນພະຈິກ ປີ 2021.

ຍຸດທະສາດດັ່ງກ່າວສຸມໃສ່ 3 ການເຄື່ອນໄຫວຕົ້ນຕໍແມ່ນ: ໜູນຊ່ວຍ “ເຄື່ອງຂອງໃຫ້ແກ່ຄອບຄົວ ກາແດງ” ຢູ່ 20 ແຂວງ, ນະຄອນ; ໜູນຊ່ວຍຄາບເຂົ້າໃຫ້ຜູ້ຕິດເຊື້ອພະຍາດໂຄວິດ - 19 ທີ່ປະສົບກັບຄວາມຫຍຸ້ງຍາກ ພວມໄດ້ຮັບການປິ່ນປົວຢູ່ບັນດາໂຮງໝໍຢູ່ຮ່າໂນ້ຍ, ໜູນຊ່ວຍເງິນສົດໃຫ້ແກ່ຜູ້ອອກແຮງງານຕ່າງແຂວງ ທີ່ບໍ່ມີວຽກເຮັດງານທຳ ເຊິ່ງປະສົບກັບຄວາມຫຍຸ້ງຍາກ ປັດຈຸບັນພວມພັກເຊົ່າ ຢູ່ນະຄອນໂຮ່ຈີມິນ ແລະ ຮ່າໂນ້ຍ.

ເປົ້າໝາຍໄດ້ຮັບຜົນປະໂຫຍດຂອງຍຸດທະສາດ ແມ່ນຜູ້ຕິດເຊື້ອຕິດພະຍາດອັນຕະລາຍ, ເດັກນ້ອຍກຳພາ, ຜູ້ມີອາຍຸສູງບໍ່ມີບ່ອນພັກພາອາໄສ, ຜູ້ບໍ່ມີເຮືອນຊານບ້ານຊ່ອງ, ແຮງງານຕ່າງແຂວງບໍ່ມີວຽກເຮັດງານທຳ, ປະສົບກັບຄວາມຫຍຸ້ງຍາກ, ປັດຈຸບັນພວມພັກເຊົ່າຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ, ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ, ຄອບຄົວມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ຫຼືຍັງບໍ່ທັນໄດ້ຮັບການໜູນຊ່ວຍຈາກບັນດາແຫຼ່ງຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ