ສະພາກາແດງສາກົນ-ຊີກວົງເດືອນແດງສາກົນ ເພີ່ມທະວີການຮ່ວມມືກັບສະພາກາແດງຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 30/08, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສາກົນເຂົ້າຮ່ວມກອງປະຊຸມໃຫຍ່ ສະພາກາແດງຫວຽດນາມ ໂດຍທ່ານ Jagannath Chapagain, ເລຂາທິການໃຫຍ່ ສະພາກາແດງ ແລະ ຊີກວົງເດືອນແດງສາກົນນຳໜ້າ.
ສະພາກາແດງສາກົນ-ຊີກວົງເດືອນແດງສາກົນ ເພີ່ມທະວີການຮ່ວມມືກັບສະພາກາແດງຫວຽດນາມ - ảnh 1ທ່ານປະທານປະເທດ ຫງວຽນຊວນຟຸກ ພ້ອມກັບຜູ້ແທນ

      ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຕີລາຄາ ສະພາກາແດງ, ຄະນະກຳມະການກາແດງສາກົນ ແລະ ບັນດາຄູ່ຮ່ວມມືສາກົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນໃຫ້ແກ່ສະພາກາແດງ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ, ພິເສດແມ່ນບັນດາເປົ້າໝາຍມີຄວາມສ່ຽງສູງກ່ວາເພີ່ນ, ຜູ້ປະສົບເຄາະຮ້າຍຈາກສົງຄາມ, ຜູ້ປະສົບເຄາະຮ້າຍຈາກ ໄພທຳມະຊາດ ແລະ ໂລກລະບາດ.

   ສ່ວນທ່ານ Jagannath Chapagain, ເລຂາທິການໃຫຍ່ສະພາກາແດງສາກົນ - ຊີກວົງເດືອນແດງສາກົນໄດ້ຊົມເຊີຍທ່ານປະທານປະເທດ ຫງວຽນຊວນຟຸກ ທີ່ໄດ້ຮັບກຽດເປັນປະທານສະພາກິຕິມະສັກສະພາກາແດງຫວຽດນາມ. ທ່ານ Jagannath Chapagain ໃຫ້ຮູ້ວ່າ: ສະພາກາແດງ-ຊີກວົງເດືອນກາແດງສາກົນຍັງໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືກັບຄະນະເລຂາ ອາຊຽນ ກ່ຽວກັບການຈັດຕັ້ງປະຕິບັດບັນດາການເຄື່ອນໄຫວຕ່າງໆຢູ່ຂັ້ນຮາກຖານເພື່ອຮ່ວມເດີນທາງພ້ອມກັບບັນດາລັດຖະບານປະເທດຕ່າງໆເພື່ອປະຕິບັດບັນດາການເຄື່ອນໄຫວມະນຸດສະທຳ. ສະນັ້ນ, ສະພາກາແດງ-ຊີກວົງເດືອນກາແດງສາກົນ ປາດຖະໜາຢາກສົມທົບກັບສະພາກາແດງ ຫວຽດນາມ ເພື່ອຜັນຂະຫຍາຍປະຕິບັດບັນດາການເຄື່ອນໄຫວມະນຸດສະທຳຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ