ສະພາກາແດງຫວຽດນາມຄວນຍູ້ແຮງບັນດາຂໍ້ລິເລີ່ມມະນຸດສະທຳ,ກຸສົນກ່ວາອີກ

ສະພາກາແດງຫວຽດນາມຄວນຍູ້ແຮງບັນດາຂໍ້ລິເລີ່ມມະນຸດສະທຳ,ກຸສົນກ່ວາອີກ - ảnh 1
(ພາບປະກອບ)

(vovworld) – “ສະພາກາ​ແດງ​ ຫວຽດນາມ​ ຄວນ​ຍູ້​ແຮງ​ບັນດາ​ຂໍ້​ລິ​ເລີ່​ມມະນຸດ​ສະ​ທຳ, ກຸສົນ​ກ່ວາ​ອີກ” ສິ່ງ​ດັ່ງກ່າວ​​ໂດຍ​ອະດີດ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ, ປະທານກິ​ດຕິ​ມະ​ສັກສະພາກາ​ແດງ ຫວຽດນາມ ​ເນັ້ນ​ໜັກ​ທີ່​ການ​ເຮັດ​ວຽກ​ກັບ​ສະພາກາ​ແດງ​ໃນ​ຕອນ​ເຊົ້າ​ວັນ​ທີ 01/11 ຢູ່ ຮ່າ​ໂນ້ຍ. ທ່ານ​ປະທານ​ກິດ​ຕິ​ມະ​ສັກ​ສະພາກາ​ແດງ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ປາດ​ຖະໜາ​ວ່າ: ສະພາກາ​ແດງ ຫວຽດນາມ ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ, ມີ​ຫລາຍຂໍ້​ລິ​ເລີ່​ມ​ຕື່ມ​ອີກ ​ເພື່ອ​ປະຕິບັດ​ບັນດາ​ຂະ​ບວນການ​ມະນຸດສະທຳ, ກຸສົນ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​​ເນັ້ນ​ໜັກ​ວ່າ: ຄຽງ​ຂ້າງ​ການ​​ຊ່ວຍ​ເຫຼືອ​ບັນດາ​ເຄື່ອງ​ໃຊ້ທີ່​ຈຳ​ເປັນຢ່າງ​ຮີບ​ດ່ວນ​ໃຫ້​ແກ່​ຜູ້​ປະສົບ​ເຄາະ​ຮ້າຍ​​ຈາກ​ຝົນ​ຕົກ​ນ້ຳ​ແກ່ງຢູ່​ພາກ​ກາງ​ແລ້ວ, ສະພາກາ​ແດງ ຫວຽດນາມ ຄວນ​ສືບ​ຕໍ່​ຄົ້ນ​ຄ້ວາ, ຊອກ​ຫາ​ວິທີ, ພາຫະນະ​ໜູນ​ຊ່ວຍ ​ເພື່ອ​​ໃຫ້​ປະຊາຊົນ​ຜ່ານ​ຜ່າ​ລະດູ​ຝົນ​ຕົກ​ນ້ຳ​ແກ່ງ​ແບບ​ຍືນ​ຍົງ, ຈຳກັດ​ຜົນ​ຮ້າຍ​ຈາກ​​ໄພ​ທຳ​ມະ​ຊາດ​​ໃຫ້​ຢູ່​ໃນ​ລະດັບ​ຕ່ຳ.

        ທ່ານ​ນາງ​ປະທານ​ສະພາກາ​ແດງ​ຫວຽດນາມ ຫງວຽນ​ທິຊວນ​ທູ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ສະພາກາ​ແດງ​ໄດ້​ຮັບເງິນ 93 ກ່ວາ​ຕື້​ດົ່ງ​ຈາກ​ບັນດາ​ອົງການ, ບຸກຄົນ, ຄູ່​ຮ່ວມ​ມື​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທ​ດ. ທ່ານ​ນາງປະທານ​ສະພາກາ​ແດງ ຫວຽດນາມ ຫງວຽນ​ທິຊວນ​ທູ ປາດ​ຖະໜາ​ວ່າ: ອະດີດ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ສືບ​ຕໍ່​ເອົາ​ໃຈ​ໃສ່, ສະຫງວນ​ເວລາ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ, ​ເຫດການ​ໃຫຍ່​ຂອງ​ສະພາກາ​ແດງ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ