ສະພາກາແດງຫວຽດນາມສືບຕໍ່ກູ້ຊ່ວຍປະຊາຊົນບັນດາແຂວງຖືກເສຍຫາຍຍ້ອນຝົນຕົກ,ນ້ຳຖ້ວມ

(VOVWORLD) -ວັນທີ 29 ມິຖຸນາ, ແຫຼ່ງຂ່າວຈາກສູນກາງສະພາກາແດງຫວຽດນາມ ໃຫ້ຮູ້ວ່າ, ສະພາກາແດງ ຫາກໍ່ຕົກລົງກູ້ຊ່ວຍຢ່າງຮີບດ່ວນຄັ້ງທີ 2 ລວມມີເງິນ ແລະ ສິນຄ້າທີ່ມີມູນຄ່າກວ່າ 870 ລ້ານດົ່ງໃຫ້ແກ່ 2 ແຂວງລາຍເຈົາ ແລະ ຮ່າຢາງ ເພື່ອໜູນຊ່ວຍປະຊາຊົນຖືກຜົນສະທ້ອນຈາກສະພາບຝົນຕົກ, ນ້ຳຖ້ວມ.
ສະພາກາແດງຫວຽດນາມສືບຕໍ່ກູ້ຊ່ວຍປະຊາຊົນບັນດາແຂວງຖືກເສຍຫາຍຍ້ອນຝົນຕົກ,ນ້ຳຖ້ວມ - ảnh 1 (ພາບປະກອບ)

ກ່ອນໜ້ານັ້ນ, ວັນທີ 25 ມິຖຸນາ, ສູນກາງສະພາກາແດງຫວຽດນາມ ໄດ້ໜູນຊ່ວຍເງິນສົດ 250 ລ້ານດົ່ງ ເພື່ອຊ່ວຍເຫຼືອບັນດາຄອບຄົວທີ່ຖືກເສຍຫາຍທາງດ້ານຊັບສິນ ແລະ ຊີວິດອິນຊີຢູ່ 2 ແຂວງ ລາຍເຈົາ ແລະ ຮ່າຢາງ ຢ່າງທັນການ.

      ຕາມຕົວເລກຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດແລ້ວ, ໄລ່ຮອດປະຈຸບັນ, ຝົນຕົກ, ນ້ຳຖ້ວມ ເກີດຂຶ້ນໃນບໍລິເວນກວ້າງຢູ່ເກືອບທົ່ວທຸກແຫ່ງເຂດພູດອຍທາງພາກເໜືອ, ຈາກລາຍເຈົາ ຮອດ ຮ່າຢາງ ໃນເວລາແຕ່ວັນທີ 23 – 26 ມິຖຸນາ, ໄດ້ເຮັດໃຫ້ຜູ້ເສຍຊີວີດ ແລະ ຫຼາຍສາບສູນປະມານ 40 ຄົນ ລວມຍອດຄວາມເສຍຫາຍທາງດ້ານເສດຖະກິດທັງໝົດຄາດວ່າປະມານ 450 ຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ