ສະ​ພາ​ຄວາມ​ໝັ້ນ​ຄົງ​ ສ​ປ​ຊ ​ຕໍ່​ກຳ​ນົດ​ເວ​ລາ ການ​ເຄ​ື່ອນ​ໄຫວ ຢູ່ ເຢ​​ແມນ ແລະ ປຶ​ກ​ສາ​ຫາ​ລື​ສະ​ພາບ​ການ​ຢູ່ ໂກ​ລົມ​ເບຍ

(VOVWORLD) -ວັນທີ 13 ມັງກອນ, ຢູ່ສຳນັກງານ ສປຊ, ພາຍໃຕ້ການເປັນປະທານຂອງ ຫວຽດນາມ, ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາ ມະຕິເລກທີ 2505 ວ່າດ້ວຍການຕໍ່ກຳນົດການເຄື່ອນໄຫວຂອງ ຄະນະປະຕິບັດງານ ສປຊ ໜູນຊ່ວຍການປະຕິບັດຂໍ້ຕົກລົງ Hodeidah ຢູ່ ເຢແມນ (UNMHA) ຮອດວັນທີ 15 ກໍລະກົດ 2020 ດ້ວຍຄວາມເຫັນດີເປັນເອກະພາບຂອງ 15 ປະເທດ ສະມາຊິກທັງໝົດ. 

ສະ​ພາ​ຄວາມ​ໝັ້ນ​ຄົງ​ ສ​ປ​ຊ ​ຕໍ່​ກຳ​ນົດ​ເວ​ລາ ການ​ເຄ​ື່ອນ​ໄຫວ ຢູ່ ເຢ​​ແມນ ແລະ ປຶ​ກ​ສາ​ຫາ​ລື​ສະ​ພາບ​ການ​ຢູ່ ໂກ​ລົມ​ເບຍ - ảnh 1ສະພາຄວາມໝັ້ນຄົງ ສປຊ ໄດ້ຮັບຮອງເອົາ ມະຕິເລກທີ 2505 ວ່າດ້ວຍການຕໍ່ກຳນົດການເຄື່ອນໄຫວຂອງ ຄະນະປະຕິບັດງານ ສປຊ ໜູນຊ່ວຍການປະຕິບັດຂໍ້ຕົກລົງ Hodeidah ຢູ່ ເຢແມນ (UNMHA)  

ທີ່ກອງປະຊຸມຮັບຟັງບົດລາຍງານກ່ຽວກັບການເຄື່ອນໄຫວຂອງ ຄະນະປະຕິບັດງານ ສປຊ ໃນການຕິດຕາມກວດກາການປະຕິບັດຂໍ້ຕົກລົງສັນຕິພາບປະຈຳ ໂກລົມເບຍ, ທ່ານ Carloz Ruiz Massieu, ຜູ້ຕາງໜ້າພິເສດຂອງ ເລຂາທິການໃຫຍ່ ສປຊ, ຫົວໜ້າຄະນະປະຕິບັດງານ, ໄດ້ສະເໜີບົດລາຍງານຂອງ  ທ່ານ ເລຂາທິການໃຫຍ່ ປສຊ ກ່ຽວກັບ ສະພາບການ ໂກລົມເບຍ ແລະ ການເຄື່ອນໄຫວຂອງ ຄະນະປະຕິບັດງານພາຍໃນ 3 ເດືອນທີ່ຜ່ານມາ ແລະ ບັນດາຂໍ້ສະເໜີທີ່ສະເໜີຕໍ່ ສປຊ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ປະທານ ສະພາຄວາມໝັ້ນຄົງ ສປຊ ເດືອນມັງກອນ 2020, ເນັ້ນໜັກວ່າ: ຫວຽດນາມ ສະເໜີ ສຸມໃສ່ບຸລິມະສິດແຖວໜ້າໃຫ້ແກ່ການຮັບປະກັນຄວາມໝັ້ນຄົງ ແລະ ພັດທະນາສຳລັບປະຊາຊົນ ໂກລົມເບຍ ທັງໝົດ.

ຕອບກັບ

ຂ່າວ/ບົດ​ອື່ນ