ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ປຶກ​ສາ​ຫາ​ລ​ືກ່ຽວ​ກັບ​ ຄວາມ​ຂາດ​ສະ​ຖຽນ​ລະ​ພາບພວມ​ເພີ່ມ​ຂຶ້ນ ​ຢູ່​ທາງ​ທິດຕາ​ເວັນ​ອອກ ຂອງ​ ໂກງ​ໂກ

(VOVWORLD) -ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ ກໍ່ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການມະນຸດສະທຳ ແລະ ຮຽກຮ້ອງເພີ່ມທະວີການໜູນຊ່ວຍໃຫ້ແກ່ກອງທຶນມະນຸດສະທຳຂອງ Line ສປຊ ຢູ່ ໂກງໂກ. 
ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ປຶກ​ສາ​ຫາ​ລ​ືກ່ຽວ​ກັບ​ ຄວາມ​ຂາດ​ສະ​ຖຽນ​ລະ​ພາບພວມ​ເພີ່ມ​ຂຶ້ນ ​ຢູ່​ທາງ​ທິດຕາ​ເວັນ​ອອກ ຂອງ​ ໂກງ​ໂກ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ຟ້າມຫ໋າຍແອັງ  (ພາບ: VOV)

ວັນທີ 6 ທັນວາ, ສະພາຄວາມໝັ້ນຄົງ ສປຊ ຈັດກອງປະຊຸມປະຈຳໄລຍະກ່ຽວກັບສະພາບການ ສາທາລະນະລັດປະຊາທິປະໄຕ ໂກງໂກ ແລະ ການເຄື່ອນໄຫວຂອງ ຄະນະປະຕິບັດງານ ສປຊ ຢູ່ປະເທດນີ້ (MONUSCO). ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ, ອຸປະທູດຊົ່ວຄາວຂອງ ຫວຽດນາມ ປະຈຳ ສປຊ ໄດ້ແບ່ງປັນຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ການຂາດສະຖຽນລະພາບທີ່ແກ່ຍາວ ແລະ ເລື່ອງສາມັນຊົນຖືກບັນດາກຸ່ມປະກອບອາວຸດບຸກໂຈມຕີ. ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ ກໍ່ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການມະນຸດສະທຳ ແລະ ຮຽກຮ້ອງເພີ່ມທະວີການໜູນຊ່ວຍໃຫ້ແກ່ກອງທຶນມະນຸດສະທຳຂອງ Line ສປຊ ຢູ່ ໂກງໂກ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກເຖິງເລື່ອງຕ້ອງຊອກຫາມາດຕະການແກ້ໄຂສາຍເຫດເກີດຄວາມຂາດສະຖຽນລະພາບ ຜ່ານບັນດາຍຸດທະສາດໃໝ່ ກ່ຽວກັບການປົກປ້ອງສາມັນຊົນ, ເພີ່ມທະວີສິດອຳນາດຂອງລັດ, ຄຸ້ມຄອງຊັບພະຍາກອນທຳມະຊາດ, ປະຕິຮູບຂົງເຂດຄວາມໝັ້ນຄົງ… ກໍ່ຄືຄວາມສຳຄັນຂອງການຮ່ວມມືລະຫວ່າງ ສາທາລະນະລັດ ປະຊາຕິປະໄຕ ໂກງໂກ ກັບບັນດາປະເທດບ້ານໃກ້ເຮືອນຄຽງ, ໃນພາກພື້ນ ແລະ ການໜູນຊ່ວຍທີ່ຂາດບໍ່ໄດ້ຂອງ ປະຊາຄົມສາກົນ ສຳລັບຄວາມມານະພະຍາຍາມນີ້.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ