ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ອອກ​ຖະ​ແຫຼງ​ການ ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ມຽນ​ມ​າ

(VOVWORLD) - ວັນທີ 4 ກຸມພາ, ສະພາຄວາມໝັ້ນຄົງ ສປຊ ໄດ້ອອກຖະແຫຼງການສື່ມວນຊົນກ່ຽວກັບສະພາບການຢູ່ ມຽນມາ.

ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ອອກ​ຖະ​ແຫຼງ​ການ ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ມຽນ​ມ​າ - ảnh 1ພາບປະກອບ: REUTERS

ຖະແຫຼງການ ໄດ້ຮັບການເຫັນດີເປັນເອກະພາບຂອງສະມາຊິກ 15 ປະເທດ, ສະພາຄວາມໝັ້ນຄົງ ໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການຮັກສາບັນດາລະບອບລະບຽບການ ແລະ ວິວັດການປະຊາທິປະໄຕ, ຈຳກັດການໃຊ້ຄວາມຮຸນແຮງ ແລະ ເຄົາລົບສິດທິມະນຸດ, ບັນດາສິດເສລີພື້ນຖານ ແລະ ອຳນາດກົດໝາຍ ຢູ່ມຽນມາ. ຖະແຫຼງການກໍ່ໄດ້ຮຽກຮ້ອງໃຫ້ປ່ອຍຕົວທ່ານນາງ Aung San Suu Kyi ແລະ ເຈົ້າໜ້າທີ່ຈຳນວນໜຶ່ງທີ່ຖືກກອງທັບ ມຽນມາຈັບຕົວ ພ້ອມທັງ ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການສຸກເສີນຢູ່ປະເທດນີ້. ສະພາຄວາມໝັ້ນຄົງ ສປຊ ໄດ້ສະເໜີໃຫ້ມີການໂອ້ລົມສົນທະນາ ແລະ ໄກ່ເກ່ຍຕາມເຈດຈຳນົງ ແລະ ຜົນປະໂຫຍດຂອງປະຊາຊົນ ມຽນມາ.

ໃນຂະນະນັ້ນ, ຕາມ ທ່ານ Jake Sullivan ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ແລ້ວ , ອຳນາດການປົກຄອງ ຂອງ ທ່ານ ປະທານາທິບໍດີ Joe Biden ພວມຊັ່ງຊາລັດຖະບັນຍັດອາດຈະມີ ມາດຕະການລົງໂທດຈຳນວນໜຶ່ງທີ່ກ່ຽວຂ້ອງເຖິງການກໍ່ ລັດຖະປະຫານ ຢູ່ມຽນມາ.

ຕອບກັບ

ຂ່າວ/ບົດ​ອື່ນ