ສ​ະ​ພ​າ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ກະ​ຕຸກ​ຊຸກ​ຍູ້​ຊອກ​ຫາ​ມາດ​ຕະ​ການ​ສັນ​ຕິ​ພາບ​ໃຫ້​ແກ່ ຢູ​ແກຼນ

(VOVWORLD) -  ນີ້ແມ່ນຖະແຫຼງການສະບັບທຳອິດທີ່ສະແດງຄວາມເຫັນດີເຫັນພ້ອມຂອງສະພາຄວາມໝັ້ນຄົງ ໃນບັນຫາ ຢູແກຼນ ນັບແຕ່ເມື່ອບັ້ນຕໍ່ສູ້ເກີດຂຶ້ນ.
ສ​ະ​ພ​າ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ກະ​ຕຸກ​ຊຸກ​ຍູ້​ຊອກ​ຫາ​ມາດ​ຕະ​ການ​ສັນ​ຕິ​ພາບ​ໃຫ້​ແກ່ ຢູ​ແກຼນ - ảnh 1ສະພາບການ ຢູ່ Mariupol, ຢູ່ແກຼນ ໃນວັນທີ 28/4/2022. (ພາບ: THX/TTXVN)

ວັນທີ 6 ພຶດສະພາ, ສະພາຄວາມໝັ້ນຄົງ, ສປຊ ໄດ້ຮັບຮອງເອົາຖະແຫຼງການທຳອິດກ່ຽວກັບ ຢູແກຼນ ນັບແຕ່ເມື່ອ ລັດເຊຍ ປຸກລະດົມ “ບັ້ນການທະຫານພິເສດ” ຢູ່ປະເທດບ້ານໃກ້ເຮືອນຄຽງໃນວັນທີ 24 ກຸມພາ, ສະແດງການສະໜັບສະໜູນຄວາມມານະພະຍາຍາມຂອງທ່ານເລຂາທິການໃຫຍ່ ສປຊ ເພື່ອແນໃສ່ຊອກຫາມາດຕະການສັນຕິພາບໃຫ້ແກ່ບັ້ນຕໍ່ສູ້ໃນປັດຈຸບັນ.

        ຖະແຫຼງການດັ່ງກ່າວໂດຍ ນອກແວ ແລະ ເມັກຊີໂກ, ເຊິ່ງເປັນ 2 ປະເທດກຳມະການບໍ່ຖາວອນ ສະພາຄວາມໝັ້ນຄົງ ສປຊ ຮຽບຮຽງ ໂດຍມີເນື້ອໃນດັ່ງນີ້: ສະພາຄວາມໝັ້ນຄົງ ກໍຢ້ຳຄືນທັດສະນະທີ່ວ່າ ບັນດາປະເທດສະມາຊິກ ສປຊ ມີພັນທະແກ້ໄຂບັນດາຂໍ້ຂັດແຍ່ງສາກົນໂດຍສັນຕິວິທີຕາມຂໍ້ກຳນົດຂອງກົດບັດ ສປຊ; ສະເໜີທ່ານເລຂາທິການໃຫຍ່ ສປຊ Guterres ຍື່ນສະເໜີບົດລາຍງານລະອຽດຕໍ່ ສະພາຄວາມໝັ້ນຄົງ ພາຍຫຼັງທີ່ຮັບຮອງເອົາຖະແຫຼງການດັ່ງກ່າວໄດ້ຮັບການຮັບຮອງເອົາ.

        ນີ້ແມ່ນຖະແຫຼງການສະບັບທຳອິດທີ່ສະແດງຄວາມເຫັນດີເຫັນພ້ອມຂອງສະພາຄວາມໝັ້ນຄົງ ໃນບັນຫາ ຢູແກຼນ ນັບແຕ່ເມື່ອບັ້ນຕໍ່ສູ້ເກີດຂຶ້ນ.

        ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 6 ພຶດສະພາ, ທ່ານ Alexei Zaisev ໂຄສົກກະຊວງການຕ່າງປະເທດ ລັດເຊຍ ຖະແຫຼງວ່າ ລັດເຊຍ ບໍ່ນຳໃຊ້ອາວຸດນິວເຄຼຍ ຢູ່ ຢູແກຼນ ເພາະວ່າສິ່ງດັ່ງກ່າວບໍ່ເໝາະສົມກັບໜ້າທີ່ຂອງບັ້ນການທະຫານພິເສດ.

ຕອບກັບ

ຂ່າວ/ບົດ​ອື່ນ