ສະພາຄວາມໝັ້ນຄົງ ສປຊອອກຖະແຫຼງການຮ່ວມ ຮຽກຮ້ອງຢຸດຕິການໃຊ້ຄວາມຮຸນແຮງຢູ່ ລັດ Rakhine ມຽນມາ

(VOVWORLD) - ວັນທີ 13 ກັນຍາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການສວຍໃຊ້ຄວາມຮຸນແຮງຢູ່ ມຽນມາ 
ສະພາຄວາມໝັ້ນຄົງ ສປຊອອກຖະແຫຼງການຮ່ວມ ຮຽກຮ້ອງຢຸດຕິການໃຊ້ຄວາມຮຸນແຮງຢູ່ ລັດ Rakhine ມຽນມາ - ảnh 1 (ພາບປະກອບ)

ໂດຍອຳນາດການປົກຄອງປະເທດນີ້ປະຕິບັດບັ້ນຮົບປ້ອງກັນຄວາມສະຫງົບຢູ່ລັດ Rakhine, ພ້ອມທັງຮຽກຮ້ອງ “ຕ້ອງມີບັນດາມາດຕະການຢ່າງທັນທີ” ເພື່ອຢຸດຕິການໃຊ້ຄວາມຮຸນແຮງ. ຖະແຫຼງການໄດ້ຍົກອອກມາ ພາຍຫລັງກອງປະຊຸມຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບສະພາບນຳໃຊ້ຄວາມຮຸນແຮງ ເຮັດໃຫ້ຊາວມຸດສະລິມ Rohingya ເກືອບ 380.000 ຄົນຢູ່ລັດ Rakhine ຕ້ອງຂ້າມຊາຍແດນໄປຍັງ ບັງກຼາເທດ . ຖະແຫຼງການຮ່ວມ ໄດ້ກ່າວປະນາມການນຳໃຊ້ຄວາມຮຸນແຮງ ແລະ ຮຽກຮ້ອງລັດຖະບານ ມຽນມາ ໃຫ້ອະນຸຍາດບັນດາພາລະກອນກູ້ໄພກູ້ຊີບມະນຸດສະທຳໄດ້ສຳຜັດກັບບັນດາຜູ້ທີ່ມີຄວາມຕ້ອງການຊ່ວຍເຫຼືອຢູ່ລັດ Rakhine.

        ກ່ອນໜ້ານັ້ນ, ໃນວັນທີ 13 ກັນຍາ, ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ເນັ້ນໜັກເຖິງເລື່ອງບັນດາກຳລັງປ້ອງກັນຄວາມສະຫງົບ ມຽນມາ ບຸກໂຈມຕີສາມັນຊົນແມ່ນ “ບໍ່ອາດຮັບຮູ້ໄດ້”, ພ້ອມທັງ ຮຽກຮ້ອງເຈົ້າໜ້າທີ່ ມຽນມາ ຢຸດຕິບັ້ນຮົບການທະຫານຢູ່ລັດ Rakhine ແລະ ຮັກສາຫຼັກການເຄົາລົບກົດໝາຍ./. 

ຕອບກັບ

ຂ່າວ/ບົດ​ອື່ນ