ສະພາຄວາມໝັ້ນຄົງສປຊສືບຕໍ່ຈັດວາງຄຳສັ່ງຂວ້ຳບາດສຳລັບລີບີ

ສະພາຄວາມໝັ້ນຄົງສປຊສືບຕໍ່ຈັດວາງຄຳສັ່ງຂວ້ຳບາດສຳລັບລີບີ - ảnh 1
ທະ​ຫານ​ລີ​ບີ ໃນ​ການ​ປະ​ທະ​ກັນ​ຢູ່ Bir al-Ghanam,ໃນ​ວັນ​ທີ 19/3.
(​ພາບ: AFP/TTXVN)


(vovworld) - ວັນ​ທີ 27/3, ທັງ​ໝົດ 15 ສະ​ມາ​ຊິກ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ເຫັນ​ດີ​ເປັນ​ເອ​ກະ​ສັນ​ຮັບ​ຮອງ​ເອົາ​ມະ​ຕິ​ຊຸກ​ຍູ້ບັ້ນ​​ເຄື່ອນ​ໄຫວ​ຕ້ານ​ກຳ​ລັງ​ອິດ​ສະ​ລາມ ຫົວ​ຮຸນ​ແຮງ​ຢູ່ ລີ​ບີ ແຕ່​ສືບ​ຕໍ່​ຮັກ​ສາ​ຄຳ​ສັ່ງ​ຂວ້ຳ​ບາດ​ດ້ານ​ອາ​ວຸດ​ສຳ​ລັບ​ປະ​ເທດນີ້. ມະ​ຕິ​ດັ່ງ​ກ່າວ​ໂດຍ ຈໍ​ແດນ ຮຽບ​ຮຽງ​ບໍ່​ຕອບ​ສະຫຼອງ​ຄວາມ​ມຸ່ງ​ຫວັງ​ຂອງ​ອຳ​ນາດ​ການ​ປົກ​ຄອງ ລີ​ບີ ​ໄດ້​ຍົກ​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດ​ດ້ານ​ອາ​ວຸດ​ໃນ​ຕະຫຼອດ​ 4 ປີ​ຜ່ານ​ມາ, ແຕ່ກໍ່​ເປີດ​ຄວາມ​ສາ​ມາດ​ສະ​ໜອງ​ອາ​ວຸດ​ໃນ​ກໍ​ລະ​ນີ​ພິ​ເສດ​ລະ​ອຽດ. ເອ​ກະ​ສານນີ້ກໍ່​ສະ​ເໜີ​ຄະ​ນະ​ກຳ​ມະ​ການ​ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ພິ​ຈາ​ລະ​ນາ​ບັນ​ດາ​ຂໍ້​ສະ​ເໜີ​ຊື້​ອາ​ວຸດ​ຂອງ ລີ​ບີ ໂດຍ​ໄວ. ພ້ອມ​ກັນ​ນັ້ນ, ມະ​ຕິກໍ່​ຕໍ່​ກຳ​ນົດ​ເວ​ລາ​ບັນ​ດາ​ມາດ​ຕະ​ການ​ສະ​ກັດ​ກັ້ນ​ເລື່ອງ​ສົ່ງ​ອອກ​ນ້ຳ​ມັນ​ ​ອອກ​ຈາກ​ປະ​ເທດນີ້ຢ່າງຜິ​ດ​ກົດ​ໝາຍຮອດ​ເດືອນ 3/2016.


ຂ່າວ/ບົດ​ອື່ນ