ສະ​ພາ​ຄວາມ​ໝັ້ນ​ຄົງສະ​ຫະ​ປະ​ຊາ​ຊາດ ປຶກ​ສາ​ຫາ​ລຶືກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງຄະ​ນະ​ປະ​ຕິ​ບັດ​ງານ​ໜູນ​ຊ່ວຍຂອງ ສະ​ຫະ​ປະ​ຊາ​ຊາດ ຢູ່ ໂຊ​ມາ​ລີ

(VOVWORLD) -ວັນທີ 20 ສິງຫາ ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ປຶກສາຫາລືກ່ຽວກັບສະພາບການຢູ່ ໂຊມາລີ ແລະ ການເຄື່ອນໄຫວຂອງ ຄະນະປະຕິບັດງານໜູນຊ່ວຍຂອງສະຫະປະຊາຊາດຢູ່ ໂຊມາລີ.


ສະ​ພາ​ຄວາມ​ໝັ້ນ​ຄົງສະ​ຫະ​ປະ​ຊາ​ຊາດ ປຶກ​ສາ​ຫາ​ລຶືກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງຄະ​ນະ​ປະ​ຕິ​ບັດ​ງານ​ໜູນ​ຊ່ວຍຂອງ ສະ​ຫະ​ປະ​ຊາ​ຊາດ ຢູ່ ໂຊ​ມາ​ລີ - ảnh 1 ທ່ານ ດັ້ງດິ່ງກຸ໊ຍເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳສະຫະປະຊາຊາດ

ທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳສະຫະປະຊາຊາດ, ໄດ້ກ່າວຄຳເຫັນ ສະໜັບສະໜູນບັນດາຄວາມມານະພະຍາຍາມຜັນຂະຫຍາຍການປ່ອນບັດເລືອກຕັ້ງຂອງລັດຖະບານ ໂຊມາລີ; ທ່ານກໍ່ໄດ້ເນັ້ນໜັກເຖິງຄວາມສາມັກຄີ ແລະ ຄວາມປອງດອງຊາດລະຫວ່າງລັດຖະບານ ແລະບັນດາລັດສະມາຊິກ, ຮຽກຮ້ອງໃຫ້ບັນດາຝ່າຍຮ່ວມມືກັນ, ເພີ່ມທະວີການເຈລະຈາ, ເຊື່ອໝັັ້ນຊຶ່ງກັນແລະກັນ ເພື່ອຜົນປະໂຫຍດຂອງປະຊາຊົນ. ທ່ານ ດັ້ງດິ່ງກຸ໊ຍ ກໍ່ແບ່ງປັນບັນດາຄວາມຫຍຸ້ງຍາກກ່ຽວກັບໄພຕັກກະແຕນ, ນ້ຳຖ້ວດ ແລະ ໂລກລະບາດໂຄວິດ-19, ພ້ອມທັງຮຽກຮ້ອງໃຫ້ບັນດາຄູ່ຮ່ວມມືສາກົນໜູນຊ່ວຍລັດຖະບານ ໂຊມາລີ ຫຼຸດຜ່ອນບັນດາຜົນກະທົບຕໍ່ເສດຖະກິດ-ສັງຄົມ ແລະແກ້ໄຂບັນດາຄວາມຕ້ອງການມະນຸດສະທຳ. ທ່ານ ດັ້ງດິ່ງກຸ໊ຍ ໄດ້ກ່າວປະນາມບັນດາການບຸກໂຈມຕີກໍ່ການຮ້າຍທີ່ນຳໃຊ້ວັດຖຸລະເບີດຜະລິດເອງຂອງກຳລັງ Al-Shabaab ແນໃສ່ສາມັນຊົນ, ກຳລັງປ້ອງກັນຄວາມສະຫງົບ, ພາລະກອນ ແລະ ບັນດາຮາກຖານຂອງ ສະຫະປະຊາຊາດ; ທ່ານ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ພ້ອມກັບສະຫະປະຊາຊາດ, ບັນດາອົງການຈັດຕັ້ງພາກພື້ນ ແລະ ສາກົນສະໜັບສະໜູນ ໂຊມາລີ ມຸ່ງໄປເຖິງເປົ້າໝາຍສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ.        

ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ