ສະພາຄວາມໝັ້ນຄົງສະຫະປະຊາຊາດກ່າວປະນາມການໃຊ້ຄວາມຮຸນແຮງຢູ່ສາທາລະນະລັດປະຊາທິປະໄຕກົງໂກ

ສະພາຄວາມໝັ້ນຄົງສະຫະປະຊາຊາດກ່າວປະນາມການໃຊ້ຄວາມຮຸນແຮງຢູ່ສາທາລະນະລັດປະຊາທິປະໄຕກົງໂກ - ảnh 1
ສະພາຄວາມໝັ້ນຄົງສະຫະປະຊາຊາດກ່າວປະນາມ
ການໃຊ້ຄວາມຮຸນແຮງຢູ່ກົງໂກ
(ພາບ: AFP)


(vovworld) - ວັນ​ທີ 25/02, ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ປະ​ນາມ​ການ​ໃຊ້​ຄວາມ​ຮຸນ​ແຮງຫວ່າງມໍ່ໆ​ມານ​ີ້​ຢູ່​ເຂດ Kansai, ​ເຂດ​ຕອນກາງ​ພາກໃຕ້ ປະ​ເທດສາ​ທາ​ລະ​ນະ​ລັດປະຊາ​ທິ​ປະ​ໄຕ​ກົງ​ໂກ, ພ້ອມ​ທັງ​ຮຽກ​ຮ້ອງ​ລັດ​ຖະ​ບານ​ປະ​ເທດນີ້​ດຳ​ເນີນ​ການ​ສືບ​ສວນ​ຢ່າງ​ເຂັ້ມ​ງວດ ແລະ ຍຸ​ຕິ​ທ​ຳ. ໃນ​ຖະ​ແຫຼງ​ການ​ສື່ມ​ວນ​ຊົນ​ເຊິ່ງ​ໄດ້​ປະ​ກາດ​ຢູ່​ນິວ​ຢອກ, ປະ​ເທດ​ອາ​ເມ​ລິ​ກາ, ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ພິ​ເສດ ຕໍ່​ໜ້າ​ບັນ​ດາ​ຂໍ້​ມູນ​ຫວ່າງ​ມໍ່ໆ​ມານີ້​ກ່ຽວ​ກັບ​ກຳ​ລັງທະ​ຫານ​ລາດຢ​ູ່​ເຂດນີ້​ໄດ້​ລະ​ເມີດ​ກົດ​ໝາຍ​ວ່າ​ດ້ວຍ​ມະ​ນຸດ​ສະ​ທຳ​ຢ່າງ​ຮ້າຍ​ແຮງ, ໃນ​ນັ້ນ​ມີ​ການ​ຮັບ​ເດັກ​ເປັນ​ພົນ​ທະ​ຫານ, ສັງ​ຫານ​ສາ​ມັນ​ຊົນ. ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ເນັ້ນ​ໜັກ​ວ່າ ລັດ​ຖະ​ບານ ກົງ​ໂກ ຕ້ອງ​ຮັບ​ຜິດ​ຊອບ​ການ​ປົກ​ປ້ອງ​​ສາ​ມັນ​ຊົນ, ພ້ອມ​ທັງ​ກະ​ຕຸກ​ຊຸກຍ​ູ້​ບັນ​ດາ​ເຈົ້າ​ໜ້າ​ທີ່​ມາ​ນະ​ພະ​ຍາ​ຍາມ​ຟື້ນ​ຟູ​ຄວາມ​ເປັນ​ລະ​ບຽບ​ຮ​ຽບ​ຮ້ອຍ.

ຂ່າວ/ບົດ​ອື່ນ