ສະພາຄວາມໝັ້ນຄົງສະຫະປະຊາຊາດກ່າວປະນາມສປປເກົາຫຼີຍິງທົດລອງລູກສອນໄຟ

ສະພາຄວາມໝັ້ນຄົງສະຫະປະຊາຊາດກ່າວປະນາມສປປເກົາຫຼີຍິງທົດລອງລູກສອນໄຟ - ảnh 1
(ພາບປະກອບ: THX/TTXVN)

(vovworld) – ​ ຄ່ຳ​ຄືນ​ວັນ​ທີ 23/06 ຕາມ​ເວ​ລາ​ຮ່າ​ໂນ້ຍ, ສະພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະຊາ​ຊາດ ​ໄດ້​ດ​ຳ​ເນີນ​ກອງ​ປະຊຸມ ​ແລະ ອອກ​ຖະ​ແຫຼ​ງກ່າວ​ປະນາມ ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ນຳ​ວິຖີ 2 ຄັ້ງຂອງ ສປປ.​ເກົາຫຼີ ​ໃນ​ອາທິດ​ນີ້, ​ເອີ້ນ​ວ່າ​ນີ້​ແມ່ນການ​ກະທຳ “ລະ​ເມີດ​ຢ່າງ​ຮ້າ​ຍ​ແຮງ” ​ເຖິງຄຳສັ່ງ​ເກືອດ​​ຫ້າມຂອງສາກົນ. ຖະ​ແຫຼ​ງການທີ່​ໄດ້​ຮັບການ​ຮັບຮອງ​ເອົ​າຈາກ 15 ປະ​ເທ​ດ​ເປັນ​ສະມາຊິກ​, ສະພາ​ຄວາມ​ໝັ້ນຄົງ ​ໃຫ້​ຮູ້​ວ່າ “​ເປັນ​ໜ້າ​ເສຍດາຍ” ​​ເພາະສປປ.​ເກົາຫຼີ ສືບ​ຕໍ່ຕິດ​ໄປຕາມ​ໂຄງການ​ລູກ​ສອນ​ໄຟ​ນຳ​ວິຖີ ​ແລະ ບັນດາ​ເຫດ​ຍິງ​ທົດ​ລອງ​ຜ່ານ​ມາ ​​ໄດ້ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ. ສະພາ​ຄວາມ​ໝັ້ນ​ຄົງກະຕຸກ​ຊຸກຍູ້ 193 ປະ​ເທດ​​ສະມາ​ຊິກ​ສະຫະ​ປະຊາ​ຊາດ ​ເພີ່ມ​ຄວາມ​ມານະ​ພະຍາຍາ​ມຕື່ມ​ອີກ ​ເພື່ອ​​ແນ​ໃສ່​ປະຕິບັດ​ບັນດາ​ມາດ​ຕະການ​ລົງ​​ໂທດ ສປປ.​ເກົາຫຼີ ຢ່າງ​ຄົມ​ຖ້ວນ, ພິ​ເສດ​ແມ່ນ​ບັນດາ​ມາດ​ຕະການທີ່​ແຂງ​ກະດ້າງທີ່​ສຸດໃນ 2 ທົດ​ສະ​ວັດ​ທີ່​ຜ່ານ​ມາ ​ເຊິ່ງສະພາ​ຄວາມ​ໝັ້ນຄົງ​​ໄດ້ເຫັນ​ດີ​ຮັບ​ຮອງ​ເອົາ​ເມື່ອ​ເດືອນ 3 ຜ່ານ​ມາ. ສະພາ​ຄວາມ​ໝັ້ນ​ຄົງກໍ່​​ເຕື້ອງ​ຄືນຂໍ້​ສະ​ເໜີ ສປປ.​ເກົາຫຼີ ຢຸດຕິ​ທຸກ​ການລະ​ເມີດ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ທົດ​ລອງ​ນິວ​ເຄຼຍກໍ່​ຄື​ລູກ​ສອນ​ໄຟ​ນຳ​ວິຖີ​ທັງໝົດ ພ້ອມ​ທັງ​ເຄົາລົບມະຕິ 5 ສະບັບ ​ເຊິ່ງສະຫະ​ປະຊາ​ຊາດຈັດ​ວາງ​ນັບ​ແຕ່​ເມື່ອ​ປະ​ເທດ​ນີ້​ດຳ​ເນີນ​ເຫດ​ທົ​ດລອງ​ນິວ​ເຄຼຍຄັ້ງ​ທຳ​ອິດ​ເມື່ອ​ໃນ​ປີ 2006.

ຂ່າວ/ບົດ​ອື່ນ