ສະພາຄວາມໝັ້ນຄົງສະຫະປະຊາຊາດກ່າວປະນາມເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ

ສະພາຄວາມໝັ້ນຄົງສະຫະປະຊາຊາດກ່າວປະນາມເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ - ảnh 1
(ພາບ​ປະ​ກອບ)

(vovworld) - ​​ວັນ​ທີ 20/04, ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ປະ​ນາມ​ຢ່າງ​ແຮງ​ເຫດ​ຍິງ​ລູກ​ສອນ​ໄຟ​ຄັ້ງ​ລ້າ​ສຸດຂອງ ສ​ປ​ປ.ເກົາຫຼີ ພ້ອມ​ທັງ​ນາບ​ຂູ່​ວ່າ ​ຈະຈັດ​ວາງບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ໃໝ່​ທີ່​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ການ​ກະ​ທຳ​ທີ່ກໍ່​ຄວາມ​ຂາດ​ສະ​ຖຽນ​ລະ​ພາບ​ຂອງ ພຽງ​ຢາງ. ໃນ​ຖະ​ແຫຼງ​ການ​ໜຶ່ງ ເຊິ່ງ​ຮັບ​ຄວາມ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຈາກ​ສະ​ມາ​ຊິກ​ທັງ​ໝົດ, ສະ​ພາ​ຄວາມ​ໝັ້ນ​ຄົງ ຮຽກ​ຮ້ອງ ສ​ປ​ປ.ເກົາຫຼີ ບໍ່​ດຳ​ເນີນ​ບັນ​ດາ​ເຫດ​​ທົດ​ລອງນິວ​ເຄຼຍ​ ເຊິ່ງ​ເຄີຍ​ລະ​ເມີດ​ມະ​ຕິ​ທີ່​ກ່ຽວ​ຂ້ອງຂອງ​ສະ​ຫະ​ປະ​ຊາ​ຊາດອີກ. ຖະ​ແຫຼງ​ການ​ຢືນ​ຢັນ​ວ່າ ບັນ​ດາ​ການ​ກະ​ທ​ຳຍິງ​ລູກ​ສອນ​ໄຟ​ຢ່າງ​ຜິດ​ກົດ​ໝາຍ​ຂອງ ສ​ປ​ປ.ເກົາຫຼີ ພວມ​ເຮັດ​ໃຫ້​ສະ​ພາບ​ການ​ເຄັ່ງ​ຕຶງ​ ຂຶ້ນ​ຕື່ມຢູ່​ພາຍ​ໃນ ແລະ ພາຍນອກ​ພາກ​ພື້​ນ.

        ການ​ກະ​ທຳ​ດັ່ງ​ກ່າວ ດຳ​ເນ​ີນ​ໄປ​ໃນ​ສະ​ພາ​ວະ​ຄວາມ​ເຄັ່ງ​ຕຶງ​ໃນ​ແຫຼມ ເກົາຫຼີ ພວ​ມ​ເພີ່ມ​ຂຶ້ນ. ວັນ​ທີ 16/04 ພຽງ​ຢາງ ໄດ້​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ລຸ້ນ​ໃໝ່ ແລະ ຄາດ​ວ່າ​ຈະ​ດຳ​ເນີນ​ເຫດ​ຍິງທົດ​ລອງ​ນິວ​ເຄຼຍ​ຄັ້ງ​ທີ 6 ໃນ​ເດືອນນີ້.


ຕອບກັບ

ຂ່າວ/ບົດ​ອື່ນ