ສະພາຄວາມໝັ້ນຄົງສະຫະປະຊາຊາດປຶກສາຫາລືກ່ຽວກັບສະພາບການຢູ່ ຊູດັງ

(VOVWORLD) -ການປະທະກັນໄດ້ເຮັດໃຫ້ 18 ລ້ານຄົນ, ກວມເອົາ 1/3 ປະຊາກອນຢູ່ ຊູດັງ ປະເຊີນຫນ້າກັບສະພາບຂາດແຄນສະບຽງອາຫານ.


ສະພາຄວາມໝັ້ນຄົງສະຫະປະຊາຊາດປຶກສາຫາລືກ່ຽວກັບສະພາບການຢູ່ ຊູດັງ - ảnh 1ຊາວລີ້ໄພ   ຮັບເຄື່ອງຊ່ວຍເຫລືອຢູ່ Bentiu. ພາກໃຕ້ ຊູດັງ. ພາບ:AFP/TTXVN
 

ວັນທີ 20 ມິນາ ຢູ່ ນິວຢອກ ສະຫະລັດ ອາເມລິກາ, ສະພາຄວາມໝັ້ນຄົງ ສປຊ ໄດ້ມີການປຶກສາຫາລືກ່ຽວກັບສະພາບການປະທະກັນ ແລະ ວິກິດການດ້ານສະບຽງອາຫານຢູ່ຊູດັງ. ການປະຊຸມໄດ້ດຳເນີນໄປສອງສາມມື້ພາຍຫລັງຫ້ອງການຮັບຜິດຊອບບັນຫາມະນຸດສະທຳຂອງສະຫະປະຊາຊາດ (OCHA) ໄດ້ປະກາດປື້ມປົກຂາວກ່ຽວກັບສະພາບຂາດແຄນສະບຽງອາຫານຢູ່ ຊູດັງ ໃນສະພາບການປະທະກັນທີ່ນອງເລືອດຢູ່ປະເທດ ຊູດັງ ແມ່ນກ້າວເຂົ້າສູ່ເດືອນທີ 11 ແລ້ວ.

ກ່າວຄຳເຫັນທີ່ກອງປະຊຸມ, ເຈົ້າຫນ້າທີ່ຂັ້ນສູງ OCHA, ທ່ານ Edem Wosornu ໄດ້ກ່າວເຕືອນກ່ຽວກັບສະພາບຮ້າຍແຮງຊື່ງປະຊາຊົນຫລາຍໆຄົນພວມປະເຊີນຫນ້າຢູ່ ຊູດັງ. ຕາມທ່ານ Maurizio Martina, ຮອງຜູ້ອຳນວຍການໃຫຍ່ ອົງການອາຫານ ແລະ ກະເສດ ສະຫະປະຊາຊາດ (FAO) ແລ້ວ,  ການປະທະກັນໄດ້ເຮັດໃຫ້ລາຄາສະບຽງອາຫານເພີ່ມຂຶ້ນສູງ ແລະ ການເຄື່ອນໄຫວດ້ານການຄ້າຢູ່ ຊູດັງ ຖືກຕັດຕອນ. ເຈົ້າຫນ້າທີ່ ສປຊ ເຕືອນວ່າ ການປະທະກັນພວມແຜ່ລາມອອກສູ່ ບັນດາລັດຢູ່ພາກຕາເວັນອອກສ່ຽງໃຕ້ .

ການປະທະກັນໄດ້ເຮັດໃຫ້ 18 ລ້ານຄົນ, ກວມເອົາ 1/3 ປະຊາກອນຢູ່ ຊູດັງ ປະເຊີນຫນ້າກັບສະພາບຂາດແຄນສະບຽງອາຫານ.

ນັກຂ່າວVOVປະຈຳ ອີຢີບ.

ຕອບກັບ

ຂ່າວ/ບົດ​ອື່ນ