ສະພາຄວາມໝັ້ນຄົງສະຫະປະຊາຊາດຮຽກຮ້ອງຫຼຸດຜ່ອນຄວາມເຄັ່ງຕຶງທີ່ພວມເພີ່ມຂຶ້ນລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ

(VOVWORLD) -ການປະທະກັນລະຫວ່າງກຳລັງຄວາມໝັ້ນຄົງ ແລະ ປະຊາຊົນ ອິດສະຣາແອັນ ກັບຊາວ ປາແລັດສະຕິນ ໄດ້ເພີ່ມຂຶ້ນກາຍເປັນກະແສການໃຊ້ຄວາມຮຸນແຮງໃໝ່.
ສະພາຄວາມໝັ້ນຄົງສະຫະປະຊາຊາດຮຽກຮ້ອງຫຼຸດຜ່ອນຄວາມເຄັ່ງຕຶງທີ່ພວມເພີ່ມຂຶ້ນລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ - ảnh 1 ການປະທະກັນລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ ໄດ້ເພີ່ມຂຶ້ນ
(ພາບ: AP)

        ວັນທີ 23 ມີນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຮຽກຮ້ອງຫຼຸດຜ່ອນຄວາມເຄັ່ງຕຶງພວມເພີ່ມຂຶ້ນໄດລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ. ກອງປະຊຸມຂອງ 15 ສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ດຳເນີນໄປໃນສະພາບທີ່ ນັບແຕ່ຕົ້ນປີມາຮອດປະຈຸບັນ, ການປະທະກັນລະຫວ່າງກຳລັງຄວາມໝັ້ນຄົງ ແລະ ປະຊາຊົນ ອິດສະຣາແອັນ ກັບຊາວ ປາແລັດສະຕິນ ໄດ້ເພີ່ມຂຶ້ນກາຍເປັນກະແສການໃຊ້ຄວາມຮຸນແຮງໃໝ່. ຜູ້ຕາງໜ້າບັນດາປະເທດ ອັງກິດ, ຈີນ, ຝລັ່ງ ແລະ ລັດເຊຍ ຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ອອກສຽງຄັດຄ້ານຕໍ່ສະພາບການໃຊ້ຄວາມຮຸນແຮງທີ່ເພີ່ມຂຶ້ນນັ້ນ ແລະ ສະແດງຄວາມວິຕົກກັງວົນຕໍ່ເລື່ອງ ສະພາແຫ່ງຊາດ ອິດສະຣາແອັນ ຍຸບເລີກບາງເນື້ອໃນສຳຄັນໃນກົດໝາຍວ່າດ້ວຍການຖອນທະຫານປີ 2005. ພ້ອມທັງ, ອິດສະຣາແອັນ ກໍ່ສືບຕໍ່ເປີດກວ້າງເຂດຕັ້ງຖິ່ນຖານຄົງທີ່ 9 ແຫ່ງໃໝ່ຢູ່ເຂດແມ່ນ້ຳ ຈໍແດນ… ກ່າວຄຳເຫັນທີ່ກອງປະຊຸມຢູ່ ນິວຢອກ, ທ່ານທູດພິເສດຂອງສະຫະປະຊາຊາດກ່ຽວກັບສັນຕິພາບຕາເວັນອອກກາງ Tor Wennesland ຮຽກຮ້ອງໃຫ້ບັນດາຝ່າຍລະງັບໃຈຕໍ່ບໍ່ວ່າການກະທຳພຽງລຳພັງຝ່າຍດຽວໃດ ທີ່ອາດຈະເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ ແລະ ລະງັບໃຈຕໍ່ການຖະແຫຼງການທີ່ເກາະຜິດ.

ຕອບກັບ

ຂ່າວ/ບົດ​ອື່ນ