ສະພາຕ່ຳ ອາເມລິກາ ຮັບຮອງເອົາຮ່າງກົດໝາຍເພີ່ມທະວີການລົງໂທດ ສປປ.ເກົາຫຼີ

(VOVWORLD) -(vovworld) – ວັນທີ 04/05 ສະພາຕ່ຳ ອາເມລິກາ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການສະກັດກັ້ນ ແລະ ເພີ່ມທະວີການລົງໂທດ (H.R.1644) 
ສະພາຕ່ຳ ອາເມລິກາ ຮັບຮອງເອົາຮ່າງກົດໝາຍເພີ່ມທະວີການລົງໂທດ ສປປ.ເກົາຫຼີ - ảnh 1 ການນຳຝ່າຍສະໜັບສະໜູນທ່ານ  Kevin McCarthy (ພາບ: EPA/TTXVN)

ເລັ່ງໃສ່ ສປປ.ເກົາຫຼີ, ຕາມນັ້ນແລ້ວ ຈະຮັດແໜ້ນການລົງໂທດດ້ານເສດຖະກິດກ່ວາອີກ, ລວມມີບັນດາອົງກອນສະໜອງນ້ຳມັນດິບໃຫ້ ສປປ. ເກົາຫຼີ ແລະ ນຳໃຊ້ກຳລັງແຮງງານສົ່ງອອກຂອງປະເທດອາຊີຕາເວັນອອກສ່ຽງເໜືອນີ້. ຮ່າງກົດໝາຍ H.R.1644 ໄດ້ຮັບການຮັບຮອງເອົາດ້ວຍບັດສະໜັບສະໜູນ 419 ບັດ, ມີບັດຄັດຄ້ານພຽງໜຶ່ງບັດເທົ່ານັ້ນ, ແລະ ຈະໄດ້ຍື່ນສະເໜີຕໍ່ສະພາສູງໃຫ້ສັດຕະຍາບັນກ່ອນທີ່ມີຜົນສັກສິດ. ຮ່າງກົດໝາຍສະບັບໃໝ່ ໄດ້ຍົກອອກບັນດາມາດຕະການຮັດແໜ້ນບັນດາຄຳສັ່ງລົງໂທດ ສປປ.ເກົາຫຼີ ເຊິ່ງຈັດວາງແຕ່ປີ 2016, ມຸ່ງໄປເຖິງເລື່ອງສະກັດກັ້ນບັນດາແຫຼ່ງລາຍຮັບຕົ້ນຕໍຂອງ ພຽງຢາງ, ເຊິ່ງເຄີຍຖືກກ່າວຫາວ່າ ສປປ.ເກົາຫຼີ ໄດ້ນຳໃຊ້ເພື່ອປະຕິບັດໂຄງການລູກສອນໄຟນຳວິຖີ.

ຕອບກັບ

ຂ່າວ/ບົດ​ອື່ນ