ສະ​ພາ​ຕ່ຳ​ລັດ​ເຊຍ ໄດ້ໃຫ້​ສັດ​ຕະ​ຍາ​ບັນ​ຂໍ້​ຕົກ​ລົງວ່າ​ດ້ວຍ​ການ​ຕໍ່​ກຳ​ນົດ​ເວ​ລາ​ສົນ​ທິ​ສັນ​ຍາ START – 3

(VOVWORLD) -ໃນກອງປະຊຸມດຳເນີນໃນວັນທີ 27 ມັງກອນ, ສະພາຕ່ຳລັດເຊຍ ໄດ້ຕົກລົງເຫັນດີໃຫ້ສັດຕະຍາບັນຂໍ້ຕົກລົງ ໂດຍທ່ານປະທານາທິບໍດີ ລັດເຊຍ Vladimir Putin ຍົກອອກ ກ່ຽວກັບເລື່ອງຕໍ່ກຳນົດເວລາສົນທິສັນຍາວ່າດ້ວຍມາດຕະການຫຼຸດຜ່ອນ ແລະ ຈຳກັດອາວຸດບຸກໂຈມຕີຍຸດທະສາດ (START – 3) ລະຫວ່າງ ລັດເຊຍ - ອາເມລິກາ ຮອດວັນທີ 5 ກຸມພາປີ 2026.
ສະ​ພາ​ຕ່ຳ​ລັດ​ເຊຍ ໄດ້ໃຫ້​ສັດ​ຕະ​ຍາ​ບັນ​ຂໍ້​ຕົກ​ລົງວ່າ​ດ້ວຍ​ການ​ຕໍ່​ກຳ​ນົດ​ເວ​ລາ​ສົນ​ທິ​ສັນ​ຍາ START – 3 - ảnh 1ສະພາແຫ່ງຊາດ (ພາບ: Tass)

ຕາມສະພາຕ່ຳ ລັດເຊຍ ແລ້ວ, ການຕໍ່ກໍານົດເວລາຂອງສົນທິສັນຍາສະບັບນີ້ ຈະຕອບສະໜອງຜົນປະໂຫຍດຂອງປະເທດນີ້, ອະນຸຍາດໃຫ້ສືບຕໍ່ຮັກສາລັກສະນະໂປ່ງໃສ, ຈະແຈ້ງ ແລະ ຄວາມສາມາດຄາດຄະເນຂອງບັນດາສາຍພົວພັນຍຸດທະສາດ ລະຫວ່າງ ລັດເຊຍ ແລະ ອາເມລິກາ ກໍຄືຮັກສາສະຖຽນລະພາບຍຸດທະສາດໃນໂລກ. ການຕໍ່ກຳນົດເວລາສົນທິສັນຍາ STAR – 3 ກໍເປັນການຢັ້ງຢືນຄຳໝັ້ນສັນຍາຂອງ ສະຫະພັນ ລັດເຊຍ ກັບບັນດາພັນທະຂອງຕົນ ຕາມສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ແລະ ຈະປະກອບສ່ວນເຂົ້າໃນ “ວິວັດການລົບລ້າງອາວຸດນິວເຄຼຍ, ລວມທັງການຫັນມັນໃຫ້ກາຍເປັນການພົວພັນຫຼາຍຝ່າຍໃນອະນາຄົດ".

        ພາຍຫຼັງໄດ້ຮັບການໃຫ້ສັດຕະຍາບັນຢູ່ສະພາຕ່ຳແລ້ວ, ຂໍ້ຕົກລົງສະບັບນີ້ຈະໄດ້ຍື່ນສະເໜີຕໍ່ ສະພາສະຫະພັນລັດເຊຍ ເພື່ອຮັບຮອງເອົາ ແລະ ສົ່ງໃຫ້ທ່ານປະທານາທິບໍດີ Vladimir Putin ເຊັນປະກາດໃຊ້.

        ແອັງຕູ໊ - ນັກຂ່າວ VOV ປະຈຳ ສະຫະພັນລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ