ສະພາບການຢູ່ Mali ສືບຕໍ່ຜັນແປໄປຢ່າງສັບສົນ

ສະພາບການຢູ່ Mali ສືບຕໍ່ຜັນແປໄປຢ່າງສັບສົນ - ảnh 1
ສະພາບການວຸ້ນວາຍຢູ່ Mali
(ພາບ: BBC)

(vovworld) – ສະພາບ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ຄວາມ​ເປັນ​ລະ​ປຽບຮຽບຮ້ອຍ ຢູ່ Mali ພາຍຫຼັງ​ການ​ລັດຖະປະຫານ​ດ້ານການ​ທະຫານ​ພວມ​ຜັນ​ແປ​ໄປ​ຢ່າງ​ສັບສົນ. ສະພາບ​ການວຸ້ນວາຍ, ການ​ປຸ້ນສະດົມ​ເກີດ​ຂຶ້ນ​ເປັນ​ປະຈຳ​ຢູ່​ນະຄອນຫຼວງ Bamako. ວັນ​ທີ 25/3, ​ໂຄສົກ​ຂອງ​ກຳລັງ​ລັດຖະປະຫານ​ຢູ່ Mali, ທ່ານ ​Corane ​ໄດ້​ຮຽກຮ້ອງ​ໃຫ້​ເຈົ້າ​ຂອງ​ບັນດາ​ສະຖານ​ທີ່​ຂາຍ​ນ້ຳມັນ ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ຄືນ​ໃໝ່. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໂດຍ​ບໍ​ຫົວຊາ​ຕໍ່​ຄຳ​ຮຽກຮ້ອງ​ດັ່ງກ່າວ, ສະພາບ​ການ​​ປຸ້ນ​ສະດົມຍັງ​ສືບ​ຕໍ່ເກີດ​ຂຶ້ນ, ​ພາ​ໄປ​ເຖິງ​ການ​ຂາດ​ແຄນ​ນ້ຳມັນ​ເຊື້ອ​ເພິ​ງ​ໃນ 1 ວັນ​ຜ່ານ​ມາ, ລາຄາ​ເຊື້ອ​ເພິ​ງ​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ. ​ໃນ​ຂະນະ​ນັ້ນ, ກຳລັງ​ທະຫານ​ແຕກ​ທັບ​ຄົນ Tuarek ພວມ​ຊອກ​ຫາ​ວິທີ​ເປີດ​ກ້ວາງ​ບໍລິ​ເວນ​ຄວບ​ຄຸມຢູ່​ພາກ​ເໜືອ​ປະ​ເທດ​ນີ້. ກຳລັງ​ນີ​ໃຫ້​ຮູ້​ວ່າ, ​ເຂົາ​ເຈົ້າ​ໄດ້​ຢຶດຄອງ​ເທດສະບານ​ເມືອງ Anefis ນອນ​ໃນ​ເສັ້ນທາງ​ຫຼວງ​ທີ່​ເຊື່ອມ​ຕໍ Gao ​ແລະ Kidal ​ເຊິ່ງ​ແມ່ນ 2 ນະຄອນ​ຕົ້ນຕໍ​ຢູ່​​ເຂດ​ທະ​ເລ​ຊາຍທີ່​ກ້ວາງ​ໃຫຍ່​ທາງ​ທິດ​ເໜືອ​.

ຂ່າວ/ບົດ​ອື່ນ