ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) - ໄລ່ຮອດເວລາ 6 ໂມງເຊົ້າຂອງວັນທີ 13 ຕຸລາ, ຫວຽດນາມບໍ່ພົບຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ. ມາຮອດປັດຈຸບັນ, ເປັນເວລາ 41ມື້ແລ້ວ ທີ່ຫວຽດນາມຢັ້ງຢືນບໍ່ມີຜູ້ຕິດເຊື້ອພະຍາດ Covid -19 ໃໝ່ຕື່ມອີກໃນຊຸມຊົນ. ຫວຽດນາມ ກໍ່ໄດ້ປິ່ນປົວຜູ້ຕິດເຊື້ອພະຍາດ Covid - 19 ໃຫ້ຫາຍດີເປັນຈຳນວນ 1.025 ຄົນ/1.110 ຄົນ ແລະ ມີຜູ້ເສຍຊີວິດ 35 ຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: TTXVN 

ແລະກໍ່ໃນເຫດການທີ່ກ່ຽວຂ້ອງ, ໃນວັນທີ 12 ຕຸລາ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ແລະ ບໍລິສັດການບິນ Pacific Airlines ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ສິງກະໂປ ປະຕິບັດ ຖ້ຽວບິນ 2 ຖ້ຽວເພື່ອນຳ ພົນລະເມືອງ ຫວຽດນາມ 360 ຄົນຈາກສິງກະໂປ ກັບມາ ປະເທດ. ພາຍຫຼັງລົງຈອດຢູ່ສະໜາມບິນສາກົນ ເກິ່ນເທີ, ຜູ້ໂດຍສານທັງໝົດໃນບັນດາຖ້ຽວບິນໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.

ໃນຂະນະນັ້ນ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 13 ຕຸລາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 38 ລ້ານຄົນ ໃນນັ້ນມີ ຜູ້ເສຍຊີວິດ 1.085.092 ຄົນ. ອາເມລິກາສືບຕໍ່ແມ່ນປະເທດຖືກຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດດ້ວຍຜູ້ຕິດເຊື້ອພະຍາດ Covid – 19 ເປັນຈຳນວນ 8.037.757 ຄົນ ແລະ ຜູ້ເສຍຊີວິດ 220.011 ຄົນ. ຖັດຈາກ ອາເມລິກາແມ່ນ ບຣາຊິນ, ອິນເດຍ, ເມັກຊີໂກ ແລະ ອັງກິດ.

ກ່າວຄຳເຫັນທີ່ກອງປະຊຸມທາງອອນລາຍ, ທ່ານ Tedros Adhanom Ghereyesus ຜູ້ອຳນວຍການອົງການອະນາໄມໂລກ (WHO) ໄດ້ຄັດຄ້ານບັນດາຂໍ້ສະເໜີຂອງຜູ້ຄົນຈຳນວນໜຶ່ງ ເມື່ອປະໃຫ້ໂລກລະບາດ Covid - 19 ແຜ່ລະບາດໃນວົງກ້ວາງ ດ້ວຍຄວາມຫວັງຈະສາມາດ ຕ້ານທານພະຍາດໃນຊຸມຊົນ, ແລະ ຖືວ່າ ສິ່ງນີ້ແມ່ນຝືນກັບຫຼັກຄຸນສົມບັດ.

ຕອບກັບ

ຂ່າວ/ບົດ​ອື່ນ