​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ ແລະ ໂລກ ໃນ​ວັນ​ທີ 22 ກໍ​ລະ​ກົດ

(VOVWORLD) -ກ່ຽວກັບຄວບຄືບໜ້າໃນການທົດລອງສັກວັກຊິນ ກັນໂຄວິດ - 19 ທຳອິດຂອງ ຫວຽດນາມ Nano Covax, ຜູ້ຕາງໜ້າວິທະຍາຄານເສນາຮັກ ໃຫ້ຮູ້ວ່າ ປັດຈຸບັນ, ວັກຊິນໄດ້ສຳເລັດການສັກເຂັມທີ 2 ໃຫ້ແກ່ຜູ້ອາສາສະໝັກ 1000 ຄົນທຳອິດແລ້ວ.
​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ ແລະ ໂລກ ໃນ​ວັນ​ທີ 22 ກໍ​ລະ​ກົດ - ảnh 1ພາບປະກອບ: AFP/TTXVN

ຕາມລາຍການຂ່າວພາກຄ່ຳຂອງວັນທີ 22 ກໍລະກົດ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 3.227 ຄົນ, ໃນນັ້ນ ນະຄອນໂຮ່ຈີມິນ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 1.785 ຄົນ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອພາຍໃນວັນທີ 22 ກໍລະກົດ ຂອງຫວຽດນາມ ຂຶ້ນເປັນ 6.194 ຄົນ. ດັ່ງນັ້ນ, ໄລ່ຮອດເວລາ 18 ໂມງ ຂອງວັນທີ 22 ກໍລະກົດ, ຍອດຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ ຫວຽດນາມ ລວມທັງໝົດ 74.371 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 13.421 ຄົນ.

ກ່ຽວກັບຄວບຄືບໜ້າໃນການທົດລອງສັກວັກຊິນ ກັນໂຄວິດ - 19 ທຳອິດຂອງ ຫວຽດນາມ Nano Covax, ຜູ້ຕາງໜ້າວິທະຍາຄານເສນາຮັກ ໃຫ້ຮູ້ວ່າ ປັດຈຸບັນ, ວັກຊິນໄດ້ສຳເລັດການສັກເຂັມທີ 2 ໃຫ້ແກ່ຜູ້ອາສາສະໝັກ 1000 ຄົນທຳອິດແລ້ວ. ພາຍຫຼັງໄດ້ຮັບການສັກວັກຊິນ, ບັນດາຜູ້ອາສາສະໝັກ ມີສຸຂະພາບທີ່ເປັນປົກກະຕິ, ບໍ່ມີຜູ້ໃດເກີດອາການຢູ່ນອກການຄາດຄະເນ. ວັນທີ 27 ກໍລະກົດ, ຈະດຳເນີນການສັກວັກຊິນເຂັມທີ 2 ໃຫ້ແກ່ຜູ້ອາສາສະໝັກ 12.000 ຄົນທີ່ຍັງເຫຼືອ.

ສ່ວນໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 22 ກໍລະກົດ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 192,7 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 4,1 ລ້ານຄົນ. ອາເມລິກາຍັງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ກ່ຽວກັບຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ.

ວັນທີ 21 ກໍລະກົດ, ອົງການອະນາໄມໂລກ (WHO) ໄດ້ຕີລາຄາ  ເຊື້ອໄວຣັດກາຍພັນ Delta ເຊິ່ງໄດ້ກວດພົບຄັ້ງທຳອິດ ຢູ່ອິນເດຍ ມາຮອດປັດຈຸບັນ ໄດ້ແຜ່ລະບາດໄປຍັງ 124 ປະເທດ ແລະ ເຂດແຄ້ວນ. ເຊື້ອໄວຣັດກາຍພັນນີ້ ກໍ່ໄດ້ກວດພົບໃນ 75% ຈຳນວນຕົວຢ່າງ ທີ່ໄດ້ເອົາໄປວິໄຈ ຢູ່ຫຼາຍປະເທດ. ໃນບົດລາຍງານເຊື້ອພະຍາດປະຈຳອາທິດ, WHO ຖືວ່າ ເຊື້ອໄວຣັດກາຍພັນນີ້ ຈະລຸກລ້າສີເຊື້ອໄວຣັດກາຍພັນຕ່າງໆ ແລະ ກາຍເປັນ ເຊື້ອໄວຣັດກາຍພັນຫຼັກທີ່ແຜ່ລາມໃນຊຸມເດືອນຈະມາເຖິງ.     

ຕອບກັບ

ຂ່າວ/ບົດ​ອື່ນ