ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ເດືອບ 222 ລ້ານຄົນ ແລະ ມີຜູ້ເສຍຊີວິດເກືອບ 4,6 ລ້ານຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 07 ກັນຍາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ເດືອບ 222 ລ້ານຄົນ ແລະ ມີຜູ້ເສຍຊີວິດເກືອບ 4,6 ລ້ານຄົນ.

ຢູ່ອາເມລິກາ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 40,9 ລ້ານຄົນ, ໃນນັ້ນມີ 666.000 ຄົນເສຍຊີວິດ. ວັນທີ 06 ກັນຍາ, ກູຍບາ ກາຍເປັນປະເທດທຳອິດໃນໂລກດຳເນີນການສັກວັກຊິນກັນໂຄວິດ-19 ທົ່ວໄປໃຫ້ແກ່ເດັກໃນເກນອາຍຸແຕ່ 2-11 ປີ ດ້ວຍວັກຊິນຜະລິດເອງ Soberana 02.

ສ່ວນຢູ່ຫວຽດນາມ ນັບແຕ່ເວລາ 17 ໂມງຂອງວັນທີ 6 ກັນຍາ ຫາເວລາ 17 ໂມງຂອງວັນທີ 7 ກັນຍາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 14.208 ຄົນ, ດັ່ງນັ້ນມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 550.996, ໃນນັ້ນມີ 311.710 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ 13.701 ຄົນເສຍຊີວິດ

ຕອບກັບ

ຂ່າວ/ບົດ​ອື່ນ