ສະພາບ​ການ​ໂລ​ກລະບາດ​ໂຄ​ວິດ - 19 ຢູ່ ຫວຽດນາມ ​ແລະ ​ໃນ​ໂລກ

(VOVWORLD) - ໄລ່ຮອດຕອນເຊົ້າວັນທີ 15 ກໍລະກົດ, ໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 13,4 ລ້ານ ຄົນ
ສະພາບ​ການ​ໂລ​ກລະບາດ​ໂຄ​ວິດ - 19 ຢູ່ ຫວຽດນາມ ​ແລະ ​ໃນ​ໂລກ - ảnh 1 (ພາບ: REUTERS)

        ຕາມຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19,ໄລ່ຮອດຕອນບ່າຍວັນທີ 15 ກໍລະກົດ, ຫວຽດນາມ ໄດ້ຢັ້ງຢືນມີກໍລະນີຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກ 8 ຄົນ ເຊິ່ງເປັນນັກຊ່ຽວຊານທີ່ມາຈາກສະຫະພັນລັດເຊຍ; ເປັນມື້ທີ 90 ຢ່າງລຽນຕິດ ທີ່ຫວຽດນາມ ບໍ່ພົບກໍລະນີຕິດເຊື້ອໃນຊຸມຊົນ. ໃນຈໍານວນຜູ້ຕິດເຊື້ອໂຄວິດ - 19 ຂອງຫວຽດນາມ 381 ຄົນ, ໄລ່ຮອດຈຸດເວລານີ້ ໄດ້ມີ 353 ຄົນໄດ້ຮັບການປິ່ນປົວຫາຍດີແລ້ວ ແລະ ຍັງບໍ່ມີກໍລະນີເສຍຊີວິດ.

        ໃນໂລກ, ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດຕອນເຊົ້າວັນທີ 15 ກໍລະກົດ, ໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 13,4 ລ້ານ ຄົນ, ໃນນັ້ນມີກວ່າ 580 ກໍລະນີເສຍຊີວິດ. ອາເມລິກາ ແມ່ນປະເທດ ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກ, ຖັດມາແມ່ນ ບຣາຊີີນ.

        ສ່ວນຢູ່ພາກພື້ນ ຕາເວັນອອກກາງ - ອາຟະລິກາເໜືອ, ປັດຈຸບັນ, ອີຣານ ແມ່ນປະເທດ ຕາເວັນອອກກາງ ທີ່ຖືກຜົນສະທ້ອນຫຼາຍທີ່ສຸດ. ໂລກລະບາດດັ່ງກ່າວ ຍັງສືບຕໍ່ແຜ່ລະບາດຢູ່ ອີຣັກ, ໂອມານ, ຕວັກກີ, ຄູເວດ, ອານເຊຣີ, ກາຕາ, ມາຣົກ ແລະ ລີບັງ.


ຕອບກັບ

ຂ່າວ/ບົດ​ອື່ນ