ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ໃນທົ່ວປະເທດ ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດ 2.576 ຄົນ, ໃນນັ້ນ ມີ 2.246 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ 35 ຄົນ ເສຍຊີວິດ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ການປິ່ນປົວໃຫ້ແກ່ຄົນເຈັບຕິດເຊື້ອດພະຍາດໂຄວິດ - 19 ຢູ່ ອາເມລິກາ (ພາບ: AP)

ນັບແຕ່ເວລາ 18 ໂມງຂອງວັນທີ 23 ມີນາ ຫາເວລາ 6 ໂມງຂອງວັນທີ 24 ມີນາ, ຫວຽດນາມ ຢັ້ງຢືນບໍ່ກວດພົບກໍລະນີຕິດເຊື້ອໂຄວິດ - 19 ລາຍໃໝ່ຕື່ມອີກ. ມື້ນີ້ແມ່ນ 6 ວັນຢ່າງລຽນຕິດ ທີ່ ຫວຽດນາມ ບໍ່ກວດພົບກໍລະນີຕິດເຊື້ອໂຄວິດ - 19 ໃນຊຸມຊົນ. ປັດຈຸບັນ, ໃນທົ່ວປະເທດ ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດ 2.576 ຄົນ, ໃນນັ້ນ ມີ 2.246 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ 35 ຄົນ ເສຍຊີວິດ.

        ກ່ຽວກັບສະພາບການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ຫວຽດນາມ, ໄລ່ຮອດຕອນບ່າຍວັນທີ 23 ມີນາ, ຫວຽດນາມ ໄດ້ສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ພະນັກງານ, ແພດໝໍທີ່ມີການສຳຜັດໂດຍກົງກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ເກືອບ 38.000 ຄົນ.

        ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldmeters.infor ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 24 ມີນາ (ຕາມເວລາ UTC), ທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ເກືອບ 124,8 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 2,7 ລ້ານຄົນ ເສຍຊີວິດ. ອາເມລິກາ ຍັງຄົງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນຫຼາຍກວ່າ 30,6 ລ້ານຄົນ ແລະ ເກືອບ 557.000 ຄົນ ເສຍຊີວິດ; ຖັດຈາກນັ້ນ ແມ່ນ ບຣາຊິນ ແລະ ອິນເດຍ.


ຕອບກັບ

ຂ່າວ/ບົດ​ອື່ນ