ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) - ໄລ່ຮອດວັນທີ 26 ມີນາ, ຫວຽດນາມ ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 2.265 ຄົນໃນຈຳນວນຜູ້ຕິດເຊື້ອ 2581 ຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: TTXVN

ຕາມຂ່າວຈາກກະຊວງສາທາລະນະສຸກແລ້ວ, ນັບແຕ່ເວລາ 18 ໂມງ ຫາ ເວລາ 6 ໂມງຂອງວັນທີ 26 ມີນາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 2 ຄົນ ໂດຍແມ່ນຜູ້ເຂົ້າເມືອງຢ່າງຜິດກົດໝາຍ ແລະ ໄດ້ຮັບການແຍກຕົວຢູ່ນະຄອນໂຮ່ຈີມິນ ແລະ ຫ໋າຍຝ່ອງ.

        ໄລ່ຮອດວັນທີ 26 ມີນາ, ຫວຽດນາມ ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 2.265 ຄົນໃນຈຳນວນຜູ້ຕິດເຊື້ອ 2581 ຄົນ.

        ໃນເຫດການທີ່ກ່ຽວຂ້ອງ, ໄລ່ຮອດເວລາ 1 ໂມງຂອງຕອນເຊົ້າວັນທີ 26 ມີນາ, ຕາມເວລາ UTC, ໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 125,8 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 2,7 ລ້ານຄົນ.

        ອາເມລິກາຍັງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 30,7 ລ້ານຄົນ ໃນນັ້ນມີ ຜູ້ເສຍຊີວິດກ່ວາ 559.000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ