ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ​ໃນໂລກ

(VOVWORLD) -ວັນທີ 15 ເມສາ, ອົງການອະນາໄມໂລກ (WHO) ໄດ້ປະກາດວ່າ ອົງການນີ້ໄດ້ຮ່ວມມືກັບບັນດລັດຖະບານ ອາບຟຼິກກາ ເພື່ອເພີ່ມທະວີລັກສະນະຄວາມປອດໄພຂອງ ວັກຊິນກັນໂຄວິດ - 19 ໃນສະພາບການຜັນຂະຫຍາຍການສັກວັກຊິນກັນໂຄວິດ - 19 ຢູ່ ທະວີບນີ້ ພວມໄດ້ຮັບຄວາມສົນໃຈ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ​ໃນໂລກ - ảnh 1(ພາບ: THX/TTXVN)

ນັບແຕ່ເວລາ 6 ໂມງຫາເວລາ 18 ໂມງຂອງວັນທີ 16 ເມສາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 14 ຄົນ, ລ້ວນແຕ່ແມ່ນພົນລະເມືອງຫວຽດນາມ ແລະ ໄດ້ແຍກຕົວພາຍຫຼັງເຂົ້າເມືອງໂດຍທັນທີ. ມາຮອດຈຸດເວລານີ້, ຍອດຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຂອງຫວຽດນາມ ທັງໝົດແມ່ນ 2.772 ຄົນ, ໃນນັ້ນມີ 2.475 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ 35 ຄົນເສຍຊີວິດ.

        ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 16 ເມສາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 139,7 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດ ເກືອບ 3 ລ້ານຄົນ. ປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດ ເກືອບ 579.000 ຄົນ ໃນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 32,2 ລ້ານຄົນ, ຖັດຈາກນັ້ນແມ່ນອິນເດຍ ແລະ ບຣາຊິນ.

        ວັນທີ 15 ເມສາ, ອົງການອະນາໄມໂລກ (WHO) ໄດ້ປະກາດວ່າ ອົງການນີ້ໄດ້ຮ່ວມມືກັບບັນດລັດຖະບານ ອາບຟຼິກກາ ເພື່ອເພີ່ມທະວີລັກສະນະຄວາມປອດໄພຂອງ ວັກຊິນກັນໂຄວິດ - 19 ໃນສະພາບການຜັນຂະຫຍາຍການສັກວັກຊິນກັນໂຄວິດ - 19 ຢູ່ ທະວີບນີ້ ພວມໄດ້ຮັບຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ