ສະ​ພາບ​ການ​ໂລກ​ລະ​ບ​າດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) - ສ່ວນຢູ່ຫວຽດນາມ, ນັບແຕ່ເວລາ 18 ໂມງຂອງວັນທີ 19 ເມສາ ຫາ ເວລາ 6 ໂມງຂອງວັນທີ 20 ເມສາ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ. ຍອດຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ ຫວຽດນາມ ຍັງແມ່ນ 2.791 ຄົນ. 
ສະ​ພາບ​ການ​ໂລກ​ລະ​ບ​າດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: THX/ TTXVN

        ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 20 ເມສາ (ຕາມເວລາ UTC), ໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 142,7 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 3.042.841 ຄົນ. ປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດ ແມ່ນ 581.551 ຄົນ ໃນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດ 32.471.579 ຄົນ, ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ບຣາຊິນ.

        ສ່ວນຢູ່ຫວຽດນາມ, ນັບແຕ່ເວລາ 18 ໂມງຂອງວັນທີ 19 ເມສາ ຫາ ເວລາ 6 ໂມງຂອງວັນທີ 20 ເມສາ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ. ຍອດຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ ຫວຽດນາມ ຍັງແມ່ນ 2.791 ຄົນ. ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 2.475 ຄົນ, ໃນນັ້ນມີຜູ້ເສຍຊີວິດ 35 ຄົນ. ໄລ່ຮອດເວລາ 16 ໂມງຂອງວັນທີ 19 ເມສາ, ຫວຽດນາມ ໄດ້ສັກວັກຊິນກັນໂຄວິດ - 19 ໃຫ້ແກ່ 80.857 ຄົນ.

        ກໍ່ກ່ຽວຂ້ອງເຖິງບັ້ນຍຸດທະສາດສັກວັກຊິນກັນໂຄວິດ - 19, ສະຫະພາບ ເອີລົບ (EU) ໄດ້ສັ່ງຊື້ວັກຊິນຕື່ມອີກ 100 ລ້ານໂດສ ຂອງ Pfizer/BioNTech, ອັນໄດ້ຍົກຍອດຈຳນວນວັນຊິນສັ່ງຊື້ຂອງ EU ສຳລັບວັກຊິນຊະນິດນີ້ຂຶ້ນເຖິງ 600 ລ້ານໂດສ.

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 19 ເມສາ, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ (WHO) ໄດ້ຖະແຫຼງວ່າ ໂລກຈະມີບັນດາເຄື່ອງມືເພື່ອຄວບຄຸມໂລກລະບາດໂຄວິດ - 19 ໃນຊຸມເດືອນຈະມາເຖິງ.

ແລະກໍ່ໃນວັນດຽກັນ, ຄະນະກຳມະການສຸກເສີນຂອງ WHO ໄດ້ກ່າວເຕືອນວ່າ ບໍ່ຕ້ອງນຳໃຊ້ໃບຢັ້ງຢືນ ສັກວັກຊິນກັນໂຄວິດ - 19 ຄືເປັນເງື່ອນໄຂເດີນທາງໄປມາສາກົນ, ຜ່ານນັ້ນຮັກສາຫຼັກໝັ້ນຂອງ WHO ກ່ຽວກັບບັນຫາທີ່ນັບມື້ນັບກໍ່ຄວາມໂຕ້ຖຽງກັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ