ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ສ່ວນຢູ່ໃນໂລກຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 2 ກໍລະກົດ ( ຕາມເວລາ UTC) ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກ່ວາ 183 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 3,97 ລ້ານຄົນ.



ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: TTXVN

ວັນທີ 2 ກໍລະກົດ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ນັບແຕ່ເວລາ 18ໂມງ ຂອງວັນທີ 1 ກໍລະກົດ ຫາເວລາ 6 ໂມງຂອງວັນທີ 2 ກໍລະກົດ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 151 ຄົນ. ດັ່ງນັ້ນ, ໄລ່ຮອດເວລາ 6 ໂມງຂອງວັນທີ 2 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 17.724 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 81 ຄົນ.

ສ່ວນຢູ່ໃນໂລກຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 2 ກໍລະກົດ ( ຕາມເວລາ UTC) ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກ່ວາ 183 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 3,97 ລ້ານຄົນ.

ຢູ່ອາຊີ, ອີຣານ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ  19 ຕື່ມອີກ 14.303 ຄົນ, ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຂຶ້ນເຖິງ 3.218.860 ຄົນ. ຢູ່ເອີລົບ, ວັນທີ 1 ກໍລະກົດ, ຕວັກກີ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 5.288 ຄົນ, ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ປະເທດນີ້ຂຶ້ນເຖິງ 5.430.940 ຄົນ.

ໃນຂະນະນັ້ນ, ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ ເຊື້ອໄວຣັດ SARS- CoV- 2 ສາຍພັນ Delta ເຊິ່ງກວດພົບຢູ່ ອິນເດຍ ໄດ້ປະກົດຂຶ້ນຢູ່ 96 ປະເທດ, ເພີ່ມຂຶ້ນ 11 ປະເທດເມື່ອທຽບໃສ່ກັບອາທິດກ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ