ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ​ວັນ​ທີ 9 ກັນ​ຍາ

(VOVWORLD) -ໄລ່ຮອດເວລາ 1 ໂມງຂອງວັນທີ 9 ກັນຍາ ຕາມເວລາ UTC, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 223 ລ້ານຄົນ ແລະ ມີກວ່າ 4,6 ລ້ານຄົນເສຍຊີວິດ. 
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ​ວັນ​ທີ 9 ກັນ​ຍາ - ảnh 1ການສັກວັກຊິນກັນພະຍາດໂຄວິດ - 19 ຢູ່ ສີລັງກາ (ພາບ: TTXVN)

ໄລ່ຮອດເວລາ 17 ໂມງຂອງວັນທີ 09 ກັນຍາ, ຫວຽດນາມ ກວດພົບຜູ້ຕິດເຊຶ້ອພະຍາດໂຄວິດ-19 ລາຍໃໝ່ 12.420 ຄົນ, ໃນນັ້ນຜູ້ຕິດເຊື້ອພະຍາດເຂົ້າເມືອງ 21 ຄົນ. ໃນນັ້ນ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 12.523 ຄົນ, ຜູ້ເສຍຊີວິດ 272 ຄົນ.

        ສະນັ້ນ, ໄລ່ຮອດວັນທີ 09 ກັນຍາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 576.960 ຄົນ; ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 338.170 ຄົນ, ມີຜູ້ເສຍຊີວິດ 14.470 ຄົນ.

 ຕາມເວັບໄຊສະຖິຕິ worldmeters.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 9 ກັນຍາ ຕາມເວລາ UTC, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 223 ລ້ານຄົນ ແລະ ມີກວ່າ 4,6 ລ້ານຄົນເສຍຊີວິດ. ປະເທດທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດ ຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອກວ່າ 41 ລ້ານຄົນ, ໃນນັ້ນມີກວ່າ 671.000 ຄົນເສຍຊີວິດ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ. ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ອົງການອະນາໄມໂລກ (WHO) ຮຽກຮ້ອງໃຫ້ບັນດາປະເທດໃນທົ່ວໂລກ ຈົ່ງສືບຕໍ່ໂຈະການສັກວັກຊິນກັນພະຍາດໂຄວິດ - 19 ເຂັມເພີ່ມເຕີມ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ທຸກປະເທດໃນໂລກ ສັກວັກຊິນໃຫ້ປະຊາຊົນໄດ້ຢ່າງໜ້ອຍສຸດ 40%.

ຕອບກັບ

ຂ່າວ/ບົດ​ອື່ນ