ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ໃນ​ທົ່ວ​ໂລກ

(VOVWORLD) -ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 23 ສິງຫາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍກວ່າ 212,55 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 4,44 ລ້ານຄົນເສຍຊີວິດ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ໃນ​ທົ່ວ​ໂລກ - ảnh 1ໂຮງໝໍກາງສະໜາມ ຢູ່ New Delhi, ອິນເດຍ ໃນວັນທີ 27 ເມສາ (ພາບ:AFP/TTXVN)


        ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 23 ສິງຫາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍກວ່າ 212,55 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 4,44 ລ້ານຄົນເສຍຊີວິດ.

        ປັດຈຸບັນ, ອາຊີ ແມ່ນທະວີບທີ່ມີຈຳນວນຜູ້ຕິດເຊື້ອຫຼາຍທີ່ສຸດໃນໂລກ ດ້ວຍ 67,81 ລ້ານຄົນ. ເອີຣົບ ມີ 54,19 ລ້ານຄົນ; ອາເມລິກາເໜືອ ມີ 46,12 ລ້ານຄົນ; ອາເມລິກາໃຕ້ ມີ 36,60 ລ້ານຄົນ, ໂອເຊຍອານີ ມີ 145.463 ຄົນ.

ສະເພາະຢູ່ ຫວຽດນາມ, ຕາມຂ່າວພາກຄ່ຳວັນທີ 23 ສິງຫາ ຂອງກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງຂອງວັນທີ 22 ສິງຫາ ຫາເວລາ 18 ໂມງ 30 ນາທີຂອງວັນທີ 23 ສິງຫາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ ຈຳນວນ 10.280 ກໍລະນີ,  ໃນນັ້ນ ມີ 14  ກໍລະນີ ແມ່ນຄົນເຂົ້າເມືອງ ຫວຽດນາມ. ສອງທ້ອງຖິ່ນມີຈຳນວນຜູ້ຕິດເຊື້ອຫຼາຍທີ່ສຸດນັ້ນແມ່ນນະຄອນ ໂຮ່ຈີມິນ ດ້ວຍ 4.251 ກໍລະນີ ແລະ ແຂວງ ບິ່ງເຢືອງ ດ້ວຍ 3.183 ກໍລະນີ. ໄລ່ຮອດຕອນຄ່ຳວັນທີ 23 ສິງຫາ, ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດ 358.456 ກໍລະນີ, ຢືນອັນດັບທີ 66/222 ປະເທດ ແລະ ເຂດແຄວ້ນ. ໃນວັນທີ 23 ສິງຫາ ມີຜູ້ຕິດເຊື້ອ 6.945 ຄົນ ໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີຂຶ້ນເຖິງ 154.612 ຄົນ ແລະ ມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ສະສົມ 8.666 ຄົນ, ກວມເອົາ 2,4% ເມື່ອທຽບໃສ່ຈຳນວນຜູ້ຕິດເຊື້ອທັງໝົດ ແລະ ທຽບເທົ່າກັບອັດຕາຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ໃນໂລກ. 
  ກ່ຽວກັບການສັກວັກຊິນກັນພະຍາດໂຄວິດ - 19, ໄລ່ຮອດວັນທີ 23 ສິງຫາ, ຫວຽດນາມ ໄດ້ຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ໄດ້ 17.364.569 ໂດສ. 
   

ຕອບກັບ

ຂ່າວ/ບົດ​ອື່ນ