ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ

(VOVWORLD) -ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໃໝ່ເກືອບ 935.000 ຄົນ ແລະ ມີຜູ້ເສຍຊີວິດກ່ວາ 3360 ຄົນ. ເ
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ - ảnh 1ສະຖານທີ່ກວດຫາເຊື້ອພະຍາດ ໂຄວິດ - 19 ຢູ່ ອາເມລິກາ (ພາບ:  THX/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 15 ເມສາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອໂຄວິດ - 19 ກ່ວາ 502,8 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 6,2 ລ້ານຄົນ. ອາເມລິກາ ແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 82,2 ລ້ານຄົນ ແລະ ຜູ້ເສຍຊີວິດກ່ວາ 1 ລ້ານຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໃໝ່ເກືອບ 935.000 ຄົນ ແລະ ມີຜູ້ເສຍຊີວິດກ່ວາ 3360 ຄົນ. ເຢຍລະມັນ, ຝລັ່ງ ແລະ ສ.ເກົາຫຼີ ແມ່ນ 3 ປະເທດມີຈຳນວນຜູ້ຕິດເຊື້ອໃໝ່ຫຼາຍທີ່ສຸດໃນໂລກ.

ສ່ວນຢູ່ ຫວຽດນາມ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ, ນັບແຕ່ເວລາ 16 ໂມງຂອງວັນທີ 14 ເມສາ ຫາເວລາ 16 ໂມງຂອງວັນທີ 15 ເມສາ, ຫວຽດນາມ ກວດພົບຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 20.076 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 6.417 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ