ສະພາບໂລກລະບາດໂຄວິດ-19 ຢູ່ ຫວຽດນາມ ໃນຕອນເຊົ້າວັນທີ 14/2

(VOVWORLD) - ໄລ່ຮອດເວລາ 6 ໂມງ ວັນທີ 14 ກຸມພາ, ຫວຽດນາມ ກວດພົບຜູ້ຕິດເຊື້ອໂຄວິດ 19 ສະສົມທັງໝົດ 1.297 ຄົນ ໃນຊຸມຊົນ.

ຕາມຂໍ້ມູນຂ່າວຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃຫ້ຮູ້ວ່າ: ໄລ່ຮອດເວລາ 6 ໂມງ ວັນທີ 14 ກຸມພາ, ຫວຽດນາມ ກວດພົບຜູ້ຕິດເຊື້ອໂຄວິດ 19 ສະສົມທັງໝົດ 1.297 ຄົນ ໃນຊຸມຊົນ. ສະນັ້ນ, ໄລ່ແຕ່ເວລາ 18 ໂມງວັນທີ 13 ກຸມພາ ຮອດ 6 ໂມງວັນທີ 14 ກຸມພາ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ໃນຊຸມຊົນ.

ສະພາບໂລກລະບາດໂຄວິດ-19 ຢູ່ ຫວຽດນາມ ໃນຕອນເຊົ້າວັນທີ 14/2 - ảnh 1(ພາບປະກອບ)

ທີ່ກອງປະຊຸມທາງອອນລາຍລະຫວ່າງຄະນະປະຈຳຄະນະຊີ້ນຳ ແລະ ການນຳບາງທ້ອງຖິ່ນ (ນະຄອນ ໂຮ່ຈີມິນ, ຫາຍເຢືອງ, ຮ່າໂນ້ຍ, ກ໊ວາງນິງ) ໃນຕອນບ່າຍວັນທີ 13 ກຸມພາ ຢູ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງບັນດາທ້ອງຖິ່ນ, ກຳລັງປະຕິບັດໜ້າທີ່ປ້ອງກັນ, ຕ້ານໂລກລະບາດທັງໝົດ ຄືສາທາລະນະສຸກ, ກອງທັບ, ຕຳຫລວດ…

ຕອບກັບ

ຂ່າວ/ບົດ​ອື່ນ