ສະພາປະຊາຊົນທຸກຂັ້ນປ່ຽນໃຫມ່ໃນການເຄື່ອນໄຫວຕິດຕາມກວດກາ.


ສະພາປະຊາຊົນທຸກຂັ້ນປ່ຽນໃຫມ່ໃນການເຄື່ອນໄຫວຕິດຕາມກວດກາ. - ảnh 1
ທ່ານ​ນາງ ຫງວຽນ​ທິ​ກີມ​ເງິນ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ
photo:internet

(vovworld)-​​ຕອນ​ເຊົ້າ​ວັນ​ທີ 17/9, ກອງ​ປະ​ຊຸມ​ ສະ​ພາ​ປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ ແລະ ແຄມ​ທະ​ເລ​ພາ​ກ​ເຫ​ນືອ​ຫວຽດ​ນາ​ມ ຄັ້ງ​ທີ 8 ໄດ້​ຈັດ​ຕັ້ງຂຶ້ນ​ຢູ່ ແຂວງ ຫາຍ​ເຢືອງ ພາຍ​ໃຕ້​ຫົວ​ເລື່ອງວ່າ: “ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ, ຜົນ​ສັກ​ສິດ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ແຂວງ”. ທີ່ກອງ​ປະ​ຊ​ຸມ, ຜູ້​ແທນ​ຫລາຍ​ທ່ານ​ຖື​ວ່າ:ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ, ຜົນ​ສັກ​ສິດ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ແຂວງ, ຄວນ​ເພີ່ມ​ທະ​ວີ​ການ​ສົມ​ທົບ​ລະ​ຫວ່າງ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແລະ ແນວ​ໂຮມ​ປະ​ເທ​ດ​ຊາດ​ໃນ​ການ​ກະ​ກຽມ ແລະ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຂວງ, ປະ​ກາດ​ໃຊ້​ກົນ​ໄກ​ສົມ​ທົບ​ວຽກ​ງານ. ພ້ອມ​ກັນ​ນັ້ນ ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ, ເລືອກ​ເຟັ້ນ​ເນື້ອ​ໃນ​ຕິດ​ຕາມກວດ​ກາ​ຢ່າງ​ໃກ້​ຊິດ​ຕິດ​ແທດ, ເໝາະ​ສົມ ຊື່ງ​ທຸກ​ຂັ້ນ, ທຸກ​ຂະ​ແຫນງ​ການ ແລະ ຫາງ​ສຽງ​ສົນ​ໃຈ. ກ່າວ​ຄຳ​ເຫັນ​ທີ່ກອ​ງ​ປະ​ຊຸມ, ທ່ານ​ນາງ ຫງວຽນ​ທິ​ກີມ​ເງິນ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ສະ​ເຫ​ນີ​ວ່າ:

“ທີ່ກອງ​ປະ​ຊຸມ​ທ້າຍ​ປີ 2014, ສະ​ພາ​ປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນ ຈະ​ຈັດ​ຕັ້ງ​ການ​​ລົງ​ຄະ​ແນນ​ສຽງໄວ້​ວາງ​ໃຈ​ສຳ​ລັບສຳ​ລັບ​ບັນ​ດາ​ຕຳ​ແຫ​ນ່ງ​ໂດຍ​ສະ​ພາ​ປະ​ຊາ​ຊົນ​ເລືອກ​ຕັ້ງ. ນີ້​ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ສຳ​ຄັນ​ຂອງ​ສະ​ພາ​ປະ​ຊາ​ຊົນ ເພື່ອ​ປະ​ຕິ​ບັດ​ສິດ​ຕິດ​ຕາມກວດ​ກາ.”

ຂ່າວ/ບົດ​ອື່ນ