ສະພາສູງ ອາເມລິກາ ປະກາດຮ່າງກົດໝາຍວ່າດ້ວຍຄວາມໝັ້ນຄົງທີ່ມີມູນຄ່າ 118 ຕື້ໂດລາສະຫະລັດ

(VOVWORLD) - ຮ່າງກົດໝາຍໄດ້ປະກາດພາຍຫຼັງການເຈລະຈາເປັນຫຼາຍເດືອນ, ແຕ່ເຖິງຢ່າງໃດກໍ່ຕາມ, ແງ່ຫວັງໄດ້ປະກາດໃຊ້ຮ່າງກົດໝາຍແມ່ນບໍ່ທັນແນ່ນອນເທື່ອ

ວັນທີ 4 ກຸມພາ, ສະພາສູງ ອາເມລິກາ ໄດ້ປະກາດເອກະສານກ່ຽວກັບ ຮ່າງກົດໝາຍວ່າດ້ວຍຄວາມໝັ້ນຄົງ ທີ່ມີມູນຄ່າ 118 ຕື້ ໂດລາສະຫະລັດ, ເຊິ່ງລວມມີເລື່ອງເພີ່ມທະວີການປົກປ້ອງເຂດຊາຍແດນ, ໜູນຊ່ວຍໃຫ້ ຢູແກຼນ ແລະ ອິດສະຣາແອນ. ຮ່າງກົດໝາຍໄດ້ປະກາດພາຍຫຼັງການເຈລະຈາເປັນຫຼາຍເດືອນ, ແຕ່ເຖິງຢ່າງໃດກໍ່ຕາມ, ແງ່ຫວັງໄດ້ປະກາດໃຊ້ຮ່າງກົດໝາຍແມ່ນບໍ່ທັນແນ່ນອນເທື່ອ, ໃນສະພາບການທີ່ບັນດາຜູ້ເດີນຕາມແນວທາງແຂງກະດ້າງຂອງພັກສາທາລະນະ, ໃນນັ້ນມີ ທ່ານ Donald Traump, ເຊິ່ງເປັນຜູ້ສະໝັກເລືອກຕັ້ງເປັນປະທານາທິບໍດີ, ຄັດຄ້ານ.

        ການປ່ອນບັດຄັ້ງທຳອິດກ່ຽວກັບຮ່າງກົດໝາຍຢູ່ສະພາສູງ ອາເມລິກາ ຄາດວ່າ ຈະດຳເນີນຊ້າສຸດແມ່ນວັນທີ 7 ກຸມພາ. ແຕ່ເຖິງຢ່າງໃດກໍ່ຕາມ, ປະຈຸບັນຍັງບໍ່ທັນຮູ້ແຈ້ງວ່າຮ່າງກົດໝາຍສະບັບນີ້ຈະມີຈຳນວນບັດສະໜັບສະໜູນທີ່ຈຳເປັນ ເຖິງ 60 ບັດ ຫຼື ບໍ່ ເພື່ອຈະໄດ້ຮັບຮອງເອົາໃນການປ່ອນບັດຄັ້ງນີ້?

ຕອບກັບ

ຂ່າວ/ບົດ​ອື່ນ