ສະພາສູງອາເມລິກາປະຕິເສດບັນດາແຜນການຄວບຄຸມອາວຸດ

ສະພາສູງອາເມລິກາປະຕິເສດບັນດາແຜນການຄວບຄຸມອາວຸດ - ảnh 1
(ພາບປະກອບຈາກ ຮ່າໂນ້ຍໃໝ່/CNN)

(vovworld) – ​ວັນ​ທີ 20/6, ສະພາ​ສູງ ອາ​ເມ​ລິ​ກາ ​ໄດ້​ປະຕິ​ເສດ 4 ມາດ​ຕະການ​ຈຳກັດ​ອາວຸດ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ນັກ​ສ້າງ​ກົດໝາຍ​ຍັງ​ຄົງ​ມາ​ນະ​ພະຍາຍາມ​ຍາດ​ໄດ້​ຂໍ້​ຕົກລົງ​ເພື່ອ​ສະກັດ​ກັ້ນ​ການ​ຄ້າຂາຍ​ອາວຸດ ​ໃຫ້​ບັນດາ​ຜູ້​ທີ່​ຖືກ​ສົງ​​ໄສ​ວ່າແມ່ນ​ພວກ​ກໍ່​ການ​ຮ້າຍ. ກໍ່​ຄື​ບັນດາ​ການ​ປະລາ​ໄຊ​ຄັ້ງ​ຕ່າງໆກ່ອນ​ນີ້, 4 ມາດ​ຕະການ​ເປີດ​ກ້ວາງ​ການກວ​ດກາ​ປະຫວັດ​ຫຍໍ້​ຂອງ​ຜູ້​ຊື້​ປືນ ​ແລະ ຈຳກັດ​ການ​ຂາຍ​ປືນ​ໃຫ້​ບັນດາ​ຜູ້​ນອນ​ໃນ​ບັນຊີ​ລາຍ​ຊື່​ທີ່​ຖືກ​ລະ​ແວງ​ສົງ​ໄສ​ວ່າແມ່ນ​ພວກ​ກໍ່​ກາ​ນຮ້າຍ ຂາດ​ບັດສະໜັບສະໜູນ 13 ບັດ ​ເພື​່ອ​ໄດ້​ຮັບການ​ຮັບຮອງ​ເອົາ​ທີ່​ສະພາ​ສູງ. ​ໃນ 4 ມາດ​ຕະການ​ດັ່ງກ່າວ, ມີ 2 ມາດ​ຕະການ​ໂດ​ຍພັກ​ປະຊາທິປະ​ໄຕສະ​ເໜີ ​ແລະ 2 ມາດ​ຕະການ​ຍັງ​ເຫຼືອ​ໂດຍ​ພັກສາ​ທາ​ລະນະ​ສະ​ລັດເໜີ.

        ​ເຫດການ​ຍິງ​ປືນ​ທີ່​ນອງ​ເລືອດ​ຫຼ້າ​ສຸດ​ໃນ​ປະຫວ​ັດສາດ ອາ​ເມ​ລິ​ກາ ​ເມື່ອ​ວັນ​ທີ 12/6 ​ໄດ້​ເພີ່ມ​ທະວີ​ຄວາມ​ກົດ​ດັນ​ຕໍ່​ບັນດາ​ນັກສ​້າງກົດໝາຍ ​ແລະ ຊຸກຍູ້​​ເຂົາ​ເຈົ້າ​ຕ້ອງມີ​ການ​ເຄື່ອນໄຫວ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ມາດ​ຕະການ​ຮັດ​ແໜ້ນ​ການ​ຄວບ​ຄຸມ​ອາວຸດ ສືບ​ຕໍ່​ບໍ່​ສາມາດ​ຍາດ​ໄດ້​ຈຳນວນ​ບັດ​ສະໜັບສະໜູນ​ຢ່າງ​ພຽງພໍ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ກຳລັງ​ແຮງ​ດ້ານ​ການ​ເມືອງ​ຂອງ​ບັນດາ​ຜູ້​ປົກ​ປ້ອງ​ສິດ​ຂອງ​ຜູ້ນຳ​ໃຊ້​ປືນ​ໃນ​ສະພາ​ແຫ່ງ​ຊາດ, ກໍ່​ຄື​ສະຫະ​ສະມາຄົມ​ປືນ​ເຫຼັກ​ຍາວແຫ່ງ​ຊາດ (NRA). ພັກສາ​ທາ​ລະນະ​ລັດ ​ແລະ ບັນດາ​ພັນທະ​ມິດ​ໃນ NRA ຖື​ວ່າ: ບັນດາ​ຮ່າງ​ກົດໝາຍຄວບ​ຄຸມ​ປືນ​ເຊິ່ງ​ພັກ​ປະຊາທິປະ​ໄຕສະ​ເໜີ​ແມ່ນ​ມີ​ຄວາມ​ຈ​ຳກັດ​ຫຼາຍ​ໂພດ. ​ໃນ​ຂະນະ​ນັ້ນ, ພັກ​ປະຊາທິປະ​ໄຕ​ປະຕິ​ເສດ​ແຜນການ​ຂອງ​ພັກ​ສາທາລະນະ​ລັດ ​ເມື່ອ​ຖື​ວ່າ​ແມ່ນ “ອ່ອນ​​ແອ​ໂພດ”.


ຂ່າວ/ບົດ​ອື່ນ