ສະ​ພາ​ສິ​ດ​ທິ​ມະ​ນຸດ ສ​ປ​ຊ ເລືອກ​ຕັ້ງ​ປະ​ທານ​​ຄົນໃໝ່

(VOVWORLD) - ທ່ານເອກອັກຄະລັດຖະທູດ Omar Zniber  ແບ່ງປັນວ່າ: “ນີ້ແມ່ນຄວາມເປັນກຽດສຳລັບປະເທດ ມາຣົກ ເວົ້າລວມ ແລະ ສ່ວນຕົວຂ້າພະເຈົ້າເອງເວົ້າສະເພາະ. ດຽວນີ້, ຂ້າພະເຈົ້າຈະປະຕິບັດພາລະກຳຂອງຕົນເພື່ອຕອບສະໜອງຄຳຮຽກຮ້ອງຕ້ອງການໃນວຽກງານລວມຂອງພວກເຮົາ, ເຊິ່ງເປັນວຽກງານທີ່ສຳຄັນ ແລະ ພື້ນຖານທີ່ສຸດ. ນັ້ນແມ່ນການຊຸກຍູ້, ເຄົາລົບ ແລະ ຮັບປະກັນບັນດາສິດທິມະນຸດໂດຍໄດ້ຮັບການຮັບຮອງໃນທົ່ວໂລກ”. 
ສະ​ພາ​ສິ​ດ​ທິ​ມະ​ນຸດ ສ​ປ​ຊ ເລືອກ​ຕັ້ງ​ປະ​ທານ​​ຄົນໃໝ່ - ảnh 1ກອງປະຊຸມສະມັດຊາໃຫຍ່ ສປຊ (ພາບ: THX/TTXVN)

ວັນທີ 10 ມັງກອນ, ສະພາສິດທິມະນຸດ ສປຊ ໄດ້ປ່ອນບັດເລືອກຕັ້ງທ່ານ Omar Zniber, ຜູ້ຕາງໜ້າຖາວອນ ມາຣົກ ປະຈຳ ຫ້ອງວ່າການ ສປຊ ຢູ່ ເຊີແນວ ເປັນປະທານຂອງອົງການນີ້ໃນປີນີ້. ກ່າວຄຳເຫັນພາຍຫຼັງການເລືອກຕັ້ງ, ທ່ານເອກອັກຄະລັດຖະທູດ Omar Zniber  ແບ່ງປັນວ່າ: “ນີ້ແມ່ນຄວາມເປັນກຽດສຳລັບປະເທດ ມາຣົກ ເວົ້າລວມ ແລະ ສ່ວນຕົວຂ້າພະເຈົ້າເອງເວົ້າສະເພາະ. ດຽວນີ້, ຂ້າພະເຈົ້າຈະປະຕິບັດພາລະກຳຂອງຕົນເພື່ອຕອບສະໜອງຄຳຮຽກຮ້ອງຕ້ອງການໃນວຽກງານລວມຂອງພວກເຮົາ, ເຊິ່ງເປັນວຽກງານທີ່ສຳຄັນ ແລະ ພື້ນຖານທີ່ສຸດ. ນັ້ນແມ່ນການຊຸກຍູ້, ເຄົາລົບ ແລະ ຮັບປະກັນບັນດາສິດທິມະນຸດໂດຍໄດ້ຮັບການຮັບຮອງໃນທົ່ວໂລກ”. ພ້ອມດຽວກັນນັ້ນ, ທ່ານເອກອັກຄະລັດຖະທູດ Febrian Ruddyard ຂອງຄະນະຜູ້ຕາງໜ້າ ອິນໂດເນເຊຍ, ທ່ານເອກອັກຄະລັດຖະທູດ Darius Staniulis ຂອງຄະນະຜູ້ຕາງໜ້າ ລິດວາ, ທ່ານເອກອັກຄະລັດຖະທູດ Marcelo Eliseo Scappini Ricciard  ຂອງຄະນະຜູ້ຕາງໜ້າ ອູຣູກວາຍ ພ້ອມດ້ວຍທ່ານເອກອັກຄະລັດຖະທູດ Heidi Schroderus-Fox ຂອງຄະນະຜູ້ຕາງໜ້າແຟງລັງ ຈະຮັບດຳລົງຕຳແໜ່ງເປັນຮອງປະທານສະພາສິດທິມະນຸດ ສປຊ ປີ 2024.


ຕອບກັບ

ຂ່າວ/ບົດ​ອື່ນ