ສະພາສິດທິມະນຸດສະຫະປະຊາຊາດຮັບຮອງເອົາມະຕິຕ້ານຄືນຄຳສັ່ງຂວ້ຳບາດເວເນຊູເອລາ

(VOVWORLD) -ວັນທີ 26 ກັນຍາ, ສະພາສິດທິມະນຸດຂອງສະຫະປະຊາຊາດໄດ້ຮັບຮອງເອົາມະຕິວ່າດ້ວຍການກ່າວປະນາມບັນດາມາດຕະການຂວ້ຳບາດແຕ່ຝ່າຍດຽວຂອງອາເມລິກາ ຕ້ານ ເວເນຊູເອລາ.
ສະພາສິດທິມະນຸດສະຫະປະຊາຊາດຮັບຮອງເອົາມະຕິຕ້ານຄືນຄຳສັ່ງຂວ້ຳບາດເວເນຊູເອລາ - ảnh 1 (ພາບປະກອບ: AFP/TTXVN)

ໃນສື່ສັງຄົມອອນລາຍ Twitter, ທ່ານລັດຖະມົນຕີການຕ່າງປະເທດ ເວເນຊູເອລາ Jorge Arreaza ໄດ້ຊົມເຊີຍ, ພ້ອມທັງເນັ້ນໜັກວ່າ, ນີ້ແມ່ນຂໍ້ຕົກລົງທຳອິດຂອງອົງການສະຫະປະຊາຊາດ ທີ່ເຕື້ອງເຖິງຢ່າງຈະແຈ້ງບັນດາຜົນຮ້າຍດ້ານລົບຂອງຄຳສັ່ງຂວ້ຳບາດຂອງອາເມລິກາ ຕ້ານ ເວເນຊູເອລາ. ຕາມທ່ານລັດຖະມົນຕີ Jorge Arreaza ແລ້ວ, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມວິຕົກກັງວົນຂອງອົງການສິດທິມະນຸດສະຫະປະຊາຊາດ ຕໍ່ໜ້າບັນດາຜົນກະທົບຫຍໍ້ທໍ້ທີ່ກ່ຽວຂ້ອງເຖິງສິດທິມະນຸດ ແລະ ຢືນຢັນວ່າ, ບັນດາມາດຕະການແກ້ໄຂໃຫ້ບັນດາຄວາມບໍ່ລົງລອຍກັນຕ້ອງແມ່ນສັນຕິພາບ, ປະຊາທິປະໄຕ, ຖືກຕ້ອງຕາມລັດຖະທຳມະນູນ ແລະ ບໍ່ມີການແຊກແຊງຈາກພາຍນອກ.

ຕອບກັບ

ຂ່າວ/ບົດ​ອື່ນ