ສະພາແຫ່ງຊາດ ກ້າວເຂົ້າສັບປະດາເຮັດວຽກທີ 3

(VOVWORLD) - ໃນວັນທີ 6 ພະຈິກ, ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 14 ກ້າວເຂົ້າສັບປະດາເຮັດວຽກທີ 3.
ສະພາແຫ່ງຊາດ ກ້າວເຂົ້າສັບປະດາເຮັດວຽກທີ 3 - ảnh 1ສະພາແຫ່ງຊາດ 

ຄາດຄະເນວ່າ, ສະພາແຫ່ງຊາດ ຈະສະຫງວນ 2 ວັນຕົ້ນສັບປະດາ ເພື່ອ ປຶກສາຫາລືບັນດາບົດລາຍງານກ່ຽວກັບວຽກງານຂອງປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດປີ 2017; ວຽກງານປ້ອງກັນ, ຕ້ານອາດຊະຍາກຳ ແລະ ການລະເມີດກົດໝາຍ; ວຽກງານປະຕິບັດຄຳສັ່ງຂອງສານ; ວຽກງານຄວບຄຸມການສໍ້ລາດບັງຫລວງ ປີ 2017 ແລະ ປຶກສາຫາລືກ່ຽວກັບການປະຕິບັຄາດໝາຍແຫ່ງຊາດກ່ຽວກັບ ຄວາມສະເໝີພາບລະຫວ່າງຍິງ-ຊາຍ.

        ແລະກໍ່ໃນສັບປະດານີ້, ສະພາແຫ່ງຊາດຈະລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບແຜນການພັດທະນາເສດຖະກິດ, ສັງຄົມ ປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ