ສະພາແຫ່ງຊາດ ປຶກສາຫາລືກ່ຽວກັບສະພາບການເສດຖະກິດ, ສັງຄົມ

(VOVWORLD) - ຄາດວ່າ ທັງປີ, ມີ 10/15 ຄາດໝາຍບັນລຸ ແລະ ລື່ນກາຍເປົ້າໝາຍທີ່ໄດ້ວາງອອກ. ເສດຖະກິດມະຫາພາກເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ບັນດາການເກີນດຸ່ນໃຫຍ່ຂອງພື້ນຖານເສດຖະກິດ ແລະ ສະຫວັດດີການສັງຄົມສືບຕໍ່ໄດ້ຮັບການຮັບປະກັນ
ສະພາແຫ່ງຊາດ ປຶກສາຫາລືກ່ຽວກັບສະພາບການເສດຖະກິດ, ສັງຄົມ - ảnh 1
ບັນດາ ສສຊ ເຮັດວຽກຢູ່ໜ່ວຍ

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 24 ຕຸລາ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດ ໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບສະພາບການເສດຖະກິດ, ສັງຄົມຂອງປະເທດຊາດ, ໝາກຜົນແຫ່ງການປະຕິບັດນະໂຍບາຍປີການເງິນ, ເງິນຕາໜູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ.

        ສະມາຊິກສະພາແຫ່ງຊາດສ່ວນຫຼາຍຖືວ່າ: ເຖິງວ່າສະພາບການໂລກ, ພາກພື້ນມີຄວາມຂາດສະຖຽນລະພາບຍ້ອນການປະທະກັນດ້ານພູມສາດການເມືອງ, ສົງຄາມ, ການແກ່ງແຍ້ງຂອງບັນດາປະເທດໃຫຍ່ກໍ່ຕາມ, ສະພາບການເສດຖະກິດ - ສັງຄົມຂອງປະເທດຊາດໃນປີນີ້ຍັງບັນລຸໄດ້ໝາກຜົນທີ່ເປັນໜ້າຮັບຮູ້. ຄາດວ່າ ທັງປີ, ມີ 10/15 ຄາດໝາຍບັນລຸ ແລະ ລື່ນກາຍເປົ້າໝາຍທີ່ໄດ້ວາງອອກ. ເສດຖະກິດມະຫາພາກເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ບັນດາການເກີນດຸ່ນໃຫຍ່ຂອງພື້ນຖານເສດຖະກິດ ແລະ ສະຫວັດດີການສັງຄົມສືບຕໍ່ໄດ້ຮັບການຮັບປະກັນ. ຄາດວ່າ, ປີນີ້, ການເຕີບໂຕເສດຖະກິດຈະບັນລຸປະມານ 5%, ເຖິງວ່າຕ່ຳກ່ວາລະດັບ 6,5% ທີ່ໄດ້ວາງອອກກໍ່ຕາມ ແຕ່ຍັງແມ່ນລະດັບດີເມື່ອທຽບໃສ່ຫຼາຍປະເທດໃນໂລກ. ທ່ານນາງ ຫງວຽນທິອຽນ, ສະມາຊິກສະພາແຫ່ງຊາດ ແຂວງ ບ່າເຣ້ຍ - ຫວູງເຕົ່າ, ປະກອບຄຳເຫັນວ່າ:

        “ເພື່ອຮັບປະກັນການເຕີບໂຕເສດຖະກິດໃນ 3 ເດືອນທ້າຍປີນີ້ ແລະ ປີຕໍ່ໄປ, ຂ້າພະເຈົ້າສະເໜີໃຫ້ລັດຖະບານ, ສະພາແຫ່ງຊາດ ເອົາໃຈໃສ່ບາງເນື້ອໃນ, ຄື: ທີໜຶ່ງແມ່ນ, ກຳແໜ້ນສະພາບການໂລກ ແລະ ຄາດຄະເນໃຫ້ໃກ້ກັບສະພາບການປະເທດຊາດ, ຈາກນັ້ນ, ມີແຜນການຮັບມືຢ່າງມີໄຫວພິບ, ເໝາະສົມ. ທີສອງ, ມີມາດຕະການຮັບປະກັນແຫຼ່ງສະໜອງຈາກການຜະລິດ , ພ້ອມກັບບັນດາມາດຕະການທີ່ມີປະສິດທິຜົນເພື່ອຊຸກຍູ້ການບໍລິໂພກ, ການລົງທຶນ ແລະ ການສົ່ງອອກ. ທີສາມ, ແມ່ນຊຸກຍູ້ການສົ່ງອອກ, ຮັກສາຄວາມສົມດຸນການຄ້າແບບຍືນຍົງ, ມຸ່ງໄປເຖິງບັນດາຕະຫຼາດໃໝ່, ມີຄວາມສາມາດບົ່ມຊ້ອນ, ຄື: ອິນເດຍ, ຕາເວັນອອກກາງ, ອາບຟຣີກາ, ອາເມລິກາ ລາຕິນ, ເອີລົບຕາເວັນອອກ”.

ສະພາແຫ່ງຊາດ ປຶກສາຫາລືກ່ຽວກັບສະພາບການເສດຖະກິດ, ສັງຄົມ - ảnh 2ພາບປະກອບ

ສະພາແຫ່ງຊາດ ຫວຽດນາມ ໄດ້ເລີ່ມດຳເນີນການປ່ອນບັດໄວ້ວາງໃຈໃນຕອນບ່າຍວັນທີ 24 ຕຸລາ

        ແຕ່ເວລາ 16 ໂມງ 00 ຂອງວັນທີ 24 ຕຸລາ, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ XV, ສະພາແຫ່ງຊາດເລີ່ມດຳເນີນການປ່ອນບັດໄວ້ວາງໃຈສຳລັບບັນດາຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ. ຕາມນັ້ນແລ້ວ, ບັນດາຜູ້ແທນສະພາແຫ່ງຊາດຮັບຟັງບົດຍື່ນສະເໜີ, ຫຼັງຈາກນັ້ນກໍ່ລົງປະຊາມະຕິ ຮັບຮອງເອົາບັນຊີລາຍຊື່ຜູ້ຈະໄດ້ປ່ອນບັດໄວ້ວາງໃຈ ດ້ວຍລະບົບລົງປະຊາມະຕິເອເລັກໂຕນິກ. ສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍພາຍຫຼັງບັນຊີລາຍຊື່ຜູ້ໄດ້ຮັບການປ່ອນບັດໄວ້ວາງໃຈໄດ້ຮັບການຮັບຮອງເອົາ.

  ການປ່ອນບັດໄວ້ວາງໃຈແມ່ນວິທີການຕິດຕາມກວດກາສຳຄັນ, ສະແດງຄວາມຮັບຮູ້, ຕີລາຄາຂອງສະພາແຫ່ງຊາດສຳລັບໝາກຜົນການປະຕິບັດງານແຕ່ຕົ້ນອາຍຸການຂອງບັນດາຜູ້ໄດ້ຮັບການປ່ອນບັດໄວ້ວາງໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ