ສະ​ພາ​ແຫ່ງ​ຊາດ ອິດ​ສະ​ລາ​ແອັນ ຮັບ​ຮອງ​ເອົາ​ຮ່​າງ​ກົດ​ໝາຍ​ສຳ​ຄັນ​ໃນ​ແຜນ​ການ​ປະ​ຕິ​ຮູບ ຕຸ​ລາ​ການ

(VOVWORLD) - ບັນດາການປ່ຽນແປງນີ້ ໂດຍລັດຖະບານຂອງທ່ານນາຍົກລັດຖະມົນຕີ Benjamin Netanyahu ສະເໜີ ໄດ້ພາໄປເຖິງກະແສຄັດຄ້ານໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນຢູ່ ອິດສະລາແອັນ ນັບແຕ່ເວລາລັດຖະບານປະກາດແຜນການນີ້ເມື່ອເດືອນມັງກອນ ປີ 2023. 
ສະ​ພາ​ແຫ່ງ​ຊາດ ອິດ​ສະ​ລາ​ແອັນ ຮັບ​ຮອງ​ເອົາ​ຮ່​າງ​ກົດ​ໝາຍ​ສຳ​ຄັນ​ໃນ​ແຜນ​ການ​ປະ​ຕິ​ຮູບ ຕຸ​ລາ​ການ - ảnh 1ກອງປະຊຸມສະພາແຫ່ງຊາດອິດສະລາແອັນຢູ່ Jerusalem ໃນວັນທີ 23 ພຶດສະພາ ປີ 2023
(ພາບ: AFP/TTXVN)

ວັນທີ 10 ກໍລະກົດ, ໃນວາລະປະຊຸມທຳອິດຢູ່ Jerusalem, ສະພາແຫ່ງຊາດ ອິດສະລາແອັນ ໄດ້ຮັບຮອງເອົາຮ່າງກົດໝາຍເຊິ່ງສ້າງຄວາມໂຕ້ຖຽງກັນເພື່ອແນໃສ່ຈຳກັດສິດອຳນາດຂອງສານ, ໃນຄວາມມານະພະຍາຍາມໃໝ່ເພື່ອແນໃສ່ຊຸກຍູ້ແຜນການປະຕິຮູບຕຸລາການ ສ້າງຄວາມແບ່ງແຍກກັນຢູ່ປະເທດນີ້. ຮ່າງກົດໝາຍສະບັບນີ້ເພື່ອແນໃສ່ປະຕິເສດສິດອຳນາດສານຂອງອົງການຕຸລາການ ກ່ຽວກັບ ລັກສະນະສົມເຫດສົມຜົນ ໃນບັນດາການຕັດສິນໃຈຂອງ ລັດຖະບານ. ປັດຈຸບັນ, ສານອາດຈະປະຕິເສດລັດຖະນະໂຍບາຍໃດໜຶ່ງຂອງກົງຈັກອຳນາດບໍລິຫານ, ລວມທັງ ລັດຖະບານ ຖ້າຖືວ່າ ມັນ ຂາດລັກສະນະສົມເຫດສົມຜົນ ຫຼືບໍ່ໄດ້ຮັບການປຶກສາຫາລືຢ່າງຄົບຖ້ວນ, ນັບທັງກໍລະນີ ການຕັດສິນໃຈນັ້ນແມ່ນ ບໍ່ລະເມີດກົດໝາຍ.

ບັນດາການປ່ຽນແປງນີ້ ໂດຍລັດຖະບານຂອງທ່ານນາຍົກລັດຖະມົນຕີ Benjamin Netanyahu ສະເໜີ ໄດ້ພາໄປເຖິງກະແສຄັດຄ້ານໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນຢູ່ ອິດສະລາແອັນ ນັບແຕ່ເວລາລັດຖະບານປະກາດແຜນການນີ້ເມື່ອເດືອນມັງກອນ ປີ 2023. ມີປະຊາຊົນນັບໝຶ່ນຄົນໄດ້ລົງຖະໜົນແຫ່ຂະບວນປະທ້ວງ ໃນຫຼາຍອາທິດ ເພື່ອຮຽກຮ້ອງຢຸດຕິແຜນການປະຕິຮູບລະບົບຕຸລາການຂອງອິດສະລາແອັນ.

ຕອບກັບ

ຂ່າວ/ບົດ​ອື່ນ