ສະພາແຫ່ງຊາດກຳປູເຈຍ ຊຸດໃໝ່ຈັດກອງປະຊຸມຄົບຄະນະເປັນຄັ້ງທຳອິດ

ສະພາແຫ່ງຊາດກຳປູເຈຍ ຊຸດໃໝ່ຈັດກອງປະຊຸມຄົບຄະນະເປັນຄັ້ງທຳອິດ - ảnh 1
ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ຊຸດ​ໃໝ່​ໄດ້ຈັດ​ກອງ​ປະຊຸມ​ຄົບ​ຄະນະ​ເປັນ​ຄັ້ງ​ທຳ​ອິດ
(ພາບ: vietnamplus.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 10 ຕຸລາ, ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ຊຸດ​ໃໝ່​ໄດ້ຈັດ​ກອງ​ປະຊຸມ​ຄົບ​ຄະນະ​ເປັນ​ຄັ້ງ​ທຳ​ອິດ, ດ້ວຍ​ເນື້ອ​ໃນ​ສຳ​ເລັດ​ກົນ​ໄກ​ໂຄງ​ປະກອບ​ກົງ​ຈັດຂອງ​ 9 ​ກຳມາ​ທິການ​ໃນ​ສະພາ​ແຫ່ງ​ຊາດ, ​ໃນ​ຂະນະ​ທີ່​ສະມາຊິກ​ພັກ​ກູ້ຊາດ (CNRP) ຝ່າຍ​ຄ້ານ 55 ຄົນສືບ​ຕໍ່​ຄັດຄ້ານ​ບໍ່​ເຂົ້າ​ຮ່ວມ​ກອງປະ​ຊຸມ​ຂອງ​ສະພາ​ແຫ່ງ​ຊາດ. ພາຍ​ໃຕ້ການ​ເປັນ​ປະທານ​ຂອງທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ Heng Samrin, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຂອງ​ພັກ​ປະຊາຊົນ​ກຳປູ​ເຈຍ (CPP) ​ໄດ້ປ່ອນ​ບັດ​ຮັບຮອງ​ເອົາພາກສ່ວນ​ຕ່າງໆຂອງ​ກຳມາ​ທິການສະ​ເພາະ​ກິດ​ຂອງ​ສະພາ​ແຫ່ງ​ຊາດ. ພາຍຫຼັງ​ກອງ​ປະຊຸມ​ດັ່ງກ່າວ, ສະພາ​ແຫ່ງ​ຊາດ ກຳປູ​ເຈຍ ຈະ​​ເລີ່​ມ​ເຄື່ອນ​ໄຫວດ້ວຍ​ບົດບາດ​ໃນ​ອົງການ​ນິຕິ​ບັດ​ຍັດ​ສູງ​ສຸດ​ຂອງ​ປະ​ເທດ​ດ້ວຍ​ໂຄງປະ​ກອບ​, ພາລະ​ໜ້າ​ທີ່​ຕາມ​ກົດໝາຍຢ່າງ​ຄົບ​ຖ້ວນ. ກ່າວ​ຄຳ​ເຫັນ​ຕໍ່​ວົງການ​ນັກ​ຂ່າວ, ທ່ານ​ປະທານ Heng Samrin ​ຖື​ວ່າ, ​ເລື່ອງ​ບັນດາ​ສະມາຊິກ CNRP ຄັດຄ້ານ​ວາລະ​ປະຊຸມ​ຂອງ​ສະພາ​ແຫ່ງ​ຊາດ ​ແມ່ນ​ສິດ​ຂອງ CNRP ​ແລະ ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ. ​ແຕ່​ວ່າ, ທ່ານ​ປະທານ Heng Samrin ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ສະມາຊິກ CNRP ປ່ຽນ​ແປ​ງຫຼັກ​ໝັ້ນ​ຂອງ​ຕົນ, ​ເຂົ້າ​ຮ່ວມ​ບັນດາ​ວາລະ​ປະຊຸມ​​ຂອງ​ສະພາ​ແຫ່ງ​ຊາດ, ​ເພື່ອ​ຜົນ​ປະ​ໂຫຍດລວມຂອງ​ປະ​ເທດ​.  ​ເລື່ອງ​ປ່ຽນ​ແປງຊື່ຕຳ​​ແໜ່​ງການ​ນຳ​ສະພາ​ແຫ່ງ​ຊາດ, ບັນດາ​ກຳມາ​ທິການ​ສະພາ​ແຫ່ງ​ຊາດ ພຽງ​ແຕ່​ຍົກ​ອອກ​ມາ​ປຶກສາ​ຫາລື​ເມື່ອ CNRP ​ແລະ CPP ມີ​ຄວາມ​ເຫັນ​ດີ​​ເຫັນ​ພ້ອມດ້ານ​ການ​ເມືອງ​ເທົ່າ​ນັ້ນ.

ຂ່າວ/ບົດ​ອື່ນ