ສະພາແຫ່ງຊາດກຳປູເຈຍ ສະເໜີແບ່ງທີ່ນັ່ງຂອງ ພັກກູ້ຊາດໃຫ້ພັກ ການເມືອງອື່ນໆ


ສະພາແຫ່ງຊາດກຳປູເຈຍ ສະເໜີແບ່ງທີ່ນັ່ງຂອງ ພັກກູ້ຊາດໃຫ້ພັກ ການເມືອງອື່ນໆ - ảnh 1

ທ່ານ Sam Rainsy (ຂວາ) ​ໃນ​ການ​ປະຊຸມ​ຂ່າວເມື່ອ​ວັນ​ທີ 28/12

(ພາບ: THX/TTXVN)

(vovworld)- ​ ​ ​ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ​ເມື່ອ​ວັນ​ທີ 30/12, ທ່ານ Ngoun Nhol ຮອງ​ປະທານ​ຜູ້​ທີ 1 ຂອງ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ​ໃຫ້​ຮູ້​ວ່າ: ສະພາ​ແຫ່ງ​ຊາດ​ຈະ​ສົ່ງ​ເອກະສານ​ມາ​ຍັງ​ກະສັດ​ກຳປູ​ເຈຍ,  ​ ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ກຳປູ​ເຈຍ (NEC) ແລະ ສະພາ​ລັດຖະທຳ​ມະນູນ ​ເພື່ອ​ສະ​ເໜີ​​ເລື່ອງ​ສະມາຊິກ​ລັດຖະສະພາ 55 ທ່ານ​ຂອງ​ພັກ​ກູ້​ຊາດ​ກຳປູ​ເຈຍ (CNRP) ບໍ່​ເຂົ້າ​ຮ່ວມສະພາ​ແຫ່ງ​ຊາດ​ໃນ​ເວລາ 3 ​ເດືອນ ​ເພື່ອ​ໃຫ້​ບັນດາ​ອົງການ​ນີ້​ແກ້​ໄຂ​ຕາມ​ລະບຽບ​ກົດໝາຍ. ​ເລື່ອງ​ແບ່ງ​ທີ່​ນັ່ງ​ຂອງສະມາຊິກສະພາ​ແຫ່ງ​ຊາດ 55 ທ່ານ​ຂອງ​ພັກ CNRP ໃຫ້ແກ່​ພັກ​ການ​ເມືອງ​ອື່ນ​ທີ່​ເຂົ້າຮ່ວມ​ການ​ຫາ​ສຽງ​ເລືອກ​ຕັ້ງ ​ໂດຍ NEC ​ແລະ ສະພາ​ລັດຖະທຳ​ມະນູນປະຕິບັດ. ທ່ານ Ngoun Nhol ກໍ່​ເນັ້ນໜັກ​ວ່າ: ​ເລື່ອງສະມາຊິກ​ສະພາ​ແຫ່ງ​ຊາດ 55 ທ່ານ​ຂອງ​ພັກ CNRP ບໍ່​ເຂົ້າຮ່ວມ​ການ​ປະຊຸມ​ຄັ້ງປະຖົມມະ​ເລິກ ​ແລະ ບໍ່​ເຮັດ​ພິທີ​ສາບານ​ຕົວ​ຢູ່​ລາຊະວັງ ກໍ່​ເຮັດ​ໃຫ້​ເຂົາ​ເຈົ້າ​ເສຍ​ສິດ​ເປັນສະມາຊິກ​ສະພາ​ແຫ່ງ​ຊາດ.

   ກ່ຽວຂ້ອງ​ເຖິງ​ບັນຫາ​ເຈລະຈາ​ລະຫວ່າງພັກ ປຊຊ ກຳປູ​ເຈຍ (CPP) ​ແລະ CNRP, ທ່ານ Khieu Kanharith ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ທັງ​ເປັນ​ໂຄສົກ​ຂອງ​ລັດຖະບານ​ກຳປູ​ເຈຍ ​ໃຫ້​ຮູ້​ວ່າ: ທ່ານ​ນາຍົກລັດຖະມົນຕີ Hun Sen ​ໄດ້​ຕົກລົງ​ພົບ​ປະ​​ກັບ​ທ່ານ Sam Rainsy ​ປະທານ​ພັກ CNRP ຝ່າຍ​ຄ້ານ​ໃນ​ວັນ​ທີ 2/1/2014 ​ເພື່ອ​​ເຈລະຈາ​ກ່ຽວ​ກັບ​ບັນຫາ​ປະຕິ​ຮູບ​ກາ​ນ​ເລືອກ​ຕັ້ງ./.

 

ຂ່າວ/ບົດ​ອື່ນ