ສະພາແຫ່ງຊາດກຳປູເຈຍ ຮັບຮອງເອົາຄະນະກຳມາທິການເລືອກຕັ້ງແຫ່ງຊາດໃໝ່

ສະພາແຫ່ງຊາດກຳປູເຈຍ ຮັບຮອງເອົາຄະນະກຳມາທິການເລືອກຕັ້ງແຫ່ງຊາດໃໝ່ - ảnh 1
(ພາບປະກອບ: AFP/TTXVN)

(vovworld) – ດ້ວຍ​ບັດ​ເຫັນ​ດີ 113/117 ບັດ, ວັນ​ທີ 09/04, ສະພາ​ແຫ່ງ​ຊາດກຳປູ​ເຈຍ ​ໄດ້​ປ່ອນ​ບັດຮັບຮອງ​ເອົາ​ພາກສ່ວນ​ຂອງ​ຄະນະ​ກຳມາ​ທິການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ (NEC) ​ໃໝ່ ​ເຊິ່ງລວມມີ 9 ສະມາຊິກ. NEC ​ໃໝ່​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຕາມ​ຂໍ້​ສະ​ເໜີ​ຂອງ​ພັກ​ປະຊາຊົນ​ກຳປູ​ເຈຍ (CPP) ກຳ​ອຳນາດ ​ແລະ ພັກ​ກູ້​​ຊາດ (CNRP) ​ແຕ່​ລະ​ພັກ​​ໄດ້ມີ​ສະມາຊິກ 4 ຄົນ​ໃຫ້ອົງການ​ດັ່ງ​ກ່າວ ​ແລະ ສະມາຊິກ​ຄົນ​ທີ່ 9 ​ແມ່ນ​ຄົນກາງ ທີ່​ໄດ້​ຮັບ​ການ​ສະ​​ເໜີຜ່ານ​ການ​ຕົກລົງ​ລະຫວ່າງ 2 ພັກ. 9 ສະມາຊິກ​ດັ່ງກ່າວ​ຈະ​ບໍ່​ແມ່ນ​ສະມາຊິກ​ຂອງ​ບໍ່​ວ່າ​ພັກ​ຝ່າຍ​ການ​ເມືອງ​ໃດໆອີກ, ຫາກ​ກາຍ​ເປັນ​ສະມາຊິກ​ຂອງ NEC ຄົນ​ກາງ​ໄກ່​ກ່ຍ.

        ຕາມ​ຂໍ້​ສັງ​ເກດ​ຂອງ​ວົງ​ການ​ນັກ​ໄຈ້​ແຍກ​ແລ້ວ, ​ເລື່ອງ CPP ​ແລ​ະ CNRP ພ້ອມກັນ​ຮັບຮອງ​ເອົາ​ພາກສ່ວນ NEC ​ໃໝ່ ​ໄດ້​ປະກອບສ່ວນ​ຮັບປະກັນ​ສະພາບການ​​ເມືອງ​ກຳປູ​ເຈຍ ມີສະຖຽນ​ລະ​ພາບ​ໃນ​ໄລຍະ​ຈະ​ມາ​ເຖິງ. ຕາມ​ແຜນການ, NEC ຈະ​ສະ​ເໜີ​ຕົວຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 13/04 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ